ນຳເຂດຕາເວັນອອກໄກກາຍເປັນສູນເສດຖະກິດ-ສັງຄົມແມ່ນໜ້າທີ່ບຸລິມະສິດຂອງລັດເຊຍ

ນຳເຂດຕາເວັນອອກໄກກາຍເປັນສູນເສດຖະກິດ-ສັງຄົມແມ່ນໜ້າທີ່ບຸລິມະສິດຂອງລັດເຊຍ - ảnh 1
ປະທານາທິບໍດີ Vladimir Putin

(vovworld) – ກ່າວ​ຄຳ​ເຫັນ​ໃນ​ວັນ​ທີ 3/9, ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ເວທີ​ປາ​ໄສ​ເສດຖະກິດ​ສາກົນ ຝ່າຍ​ຕາ​ເວັນ​ອອກ ຄັ້ງ​ທີ 2 (EEF 2), ​ໄດ້​ຮັບການຈັດ​ຕັ້ງ​ຢູ່​ນະຄອນ Vladivostok, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ​້ຊີ້​ແຈ້ງ​ໜຶ່ງ​ໃນ​ບັນດາ​ໜ​້າທີ່​ແຫ່​ງຊາດ​ບຸລິມະສິດ​ແມ່ນ​ນຳ​ເຂດ​ຕາ​ເວັນ​ອອກ​ໄກ​ກາຍ​ເປັນ​ສູນ​ເສດຖະກິດ ສັງຄົມ​ຂອງ​ລັດ​ເຊຍ. ທ່ານ Putin ​ໃຫ້​ຮູ້​ວ່າ: ບັນດາ​ສັນຍາ​​ທີ່​ດີ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ໄດ້​ສ​້າງກຳລັງ​ໜູນ​ໃຫ້​ຈຸດໝາຍ​ດັ່ງກ່າ​ວຂອງ​ມົດ​ສະ​ກູ.

        ສ່ວນທ່ານ​ນາງ​ປະທານ​າທິບໍດີ ສ. ​ເກົາຫຼີ Pak Guen – Hye ​ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກໍ່​ມີ​ບົດ​ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​​ແຜນ​ນະ​ໂຍບາຍ​ຂອງ​ ປະ​ເທດ ລັດ​ເຊຍ ​ກ່ຽວ​ກັບ​ການ​ຊຸກຍູ້​ການພັດທະນາ​ເຂດ​ຕາ​ເວັນ​ອອກ​ໄກ ​ແລະ ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ສຳພັນ, ຮ່ວມ​ມື​ຢ່າງ​ແຮງ​ກັບ​ບັນດາ​ປະ​ເທດ ຝ່າຍຕາ​ເວັນ​ອອກ, ​ໃນ​ນັ້ນ​ມີ ຍີ່ປຸ່ນ ​ແລະ ສ. ​ເກົາຫຼີ. ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ສະ​ເໜີສ້າງ​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ​ລັດ​ເຊຍ ກາຍ​ເປັນ​ປະຕູ​ທັນ​ສະ​ໃໝ​ໃຫ້​ແກ່​ເຂດ​ເສດຖະກິດ ອາຊີ - ​ເອີ​ລົບ ອອກ​ສູ່ ປາຊີ​ຟິກ, ສ່ວນ​ປະທານາທິບໍດີ Putin ຮຽກຮ້ອງ​ສ້າງ​ຕັ້ງ​ສະພາບ​ແວດ​ລ້ອມ​ລວມກ່ຽວ​ກັບ​ເສ​ດຖະກິດ​ດີ​ຈີຕອນ ​ແລະ ການ​ເຊື່ອມ​​ໂຍງ​ຂອງ​ບັນດາ​ປະ​ເທດ ອາຊີ - ປາຊີ​ຟິກ.

                              


ຂ່າວ/ບົດ​ອື່ນ