ນຳເຂດປູຊະນີຍະສະຖານ ໂກະລວາ ກາຍເປັນສະຖານທີ່ທ່ອງທ່ຽວຢູ່ນະຄອນຫຼວງ ຮ່າໂນ້ຍ

(VOVWORLD) - ເຂດປູຊະນີຍະສະຖານ ໂກະລວາ ມີປະຫວັດສາດອັນຍາວນານປະມານ 2.300 ປີ, ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາກຳແພງເກົ່າແກ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້.

“ໂກະລວາ: ຈາກຄຸນຄ່າຫຼັກແຫຼ່ງຕະຫຼອດຮອດການອະນຸລັກຮັກສາ ແລະ ການພັດທະນາ” ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາໂດຍວາລະສານ ເຕຍສາງ ຈັດຕັ້ງຫວ່າງແລ້ວນີ້ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າກົມມໍລະດົກວັດທະນະທຳ, ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ, ຄະນະຄຸ້ມຄອງປູຊະນີຍະສະຖານ ໂກະລວາ ແລະ ນັກຄົ້ນຄ້ວາວິທະຍາສາດ, ວັດທະນະທຳ ແລະ ປະຫວັດສາດຫຼາຍທ່ານ.

        ເຂດປູຊະນີຍະສະຖານ ໂກະລວາ ມີປະຫວັດສາດອັນຍາວນານປະມານ 2.300 ປີ, ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາກຳແພງເກົ່າແກ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ປູຊະນີຍະສະຖານໂກະລວາ ໄດ້ຮັບຮອງເປັນເຂດປູຊະນີຍະສະຖານລະດັບຊາດນັບແຕ່ປີ 1962 ຈາກລັດຖະບານ. ປີ 2012, ໂກະລວາ ໄດ້ຮັບຮອງເປັນປູຊະນີຍະສະຖານປະຫວັດສາດພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ