ນຳ​ເຍື່ອງ​ອາ​ຫານ ໝິ່ກວ໋​າງ ເຂົ້າ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ ລະ​ດັບ​ຊາດ

(VOVWORLD) -  ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫງວຽນວັນຮຸ່ງ ຫາກໍ່ເຊັນປະກາດໃຊ້ຂໍ້ຕົກລົງນຳເຍື່ອງອາຫານ ໝິ່ກວ໋າງ ເຂົ້າບັນຊີລາຍຊື່ວັດທະນະທຳບໍ່ເປັນວັດຖຸລະດັບຊາດ.

ບັນດານັກວິທະຍາສາດ, ນັກຄົ້ນຄ້ວາ, ນັກຊ່ຽວຊານລ້ວນແຕ່ຢັ້ງຢືນວ່າ ໝິ່ກວ໋າງ ແມ່ນເຍື່ອງອາຫານຕິດພັນກັບວິວັດການສ້າງຕັ້ງຂອງໝູ່ບ້ານ ແລະ ຄົງຕົວຄືດັ່ງສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະຫວັດສາດຂອງບັນດາໝູ່ບ້ານຂອງດິນແດນ ກ໋ວາງນາມ. ເຍື່ອງອາຫານນີ້ຍັງຕິດພັນກັບບັນດາອາຊີບ ແລະ ໝູ່ບ້ານອາຊີບທີ່ມີມາແຕ່ດົນນານຢູ່ ກ໋ວາງນາມຄື ອາຊີບເຮັດນາ,  ໝູ່ບ້ານເຮັດເຂົ້າຂຽບ, ປູກຜັກ… ທ່ານ ຫງວຽນແທັງຮົ່ງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງກ໋ວາງນາມ ໃຫ້ຮູ້ວ່າ:

ຈາກບັນດາຄຸນຄ່າທາງດ້ານວັດທະນະທຳທີ່ພົ້ນເດັ່ນຂອງເຍື່ອງອາຫານໝິ່ກວ໋າງ ໄດ້ປະກອບສ່ວນເຂົ້າໃນການເຊີດຊູຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອ, ປະຫວັດສາດຂອງເຂດດິນແດນ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງອາຫານການກິນເຂດດິນແດນກ໋ວາງນາມ. ຜ່ານນັ້ນ, ປະກອບສ່ວນໂຄສະນາພາບພົດ, ສະຖານທີ່ທ່ອງທ່ຽວ, ແນະນະບັນດາຄຸນຄ່າທາງດ້ານອາຫານການກິນເຂດດິນແດນ ກ໋ວາງນາມ ໄປຍັງແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ