ນຳແຜນນະໂຍບາຍຂອງພັກ,ລັດມາຍັງປະຊາຊົນບັນດາເຜົ່າ,ເຂດພູດອຍ

ນຳແຜນນະໂຍບາຍຂອງພັກ,ລັດມາຍັງປະຊາຊົນບັນດາເຜົ່າ,ເຂດພູດອຍ - ảnh 1
ພາບປະກອບ

(vovworld) - ​ນຳ​ແຜນ​ນະ​ໂຍບາຍ​ຂອງ​ພັກ,ລັດ​ມາ​ຍັງ​ປະຊາ​ຊົນບັນດາ​ເຜົ່າ, ​ເຂດ​ພູດ​ອຍ - ນີ້​ແມ່ນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ສະຫລຸບ 2 ປີ​ແຫ່ງ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ສະໜອງ​ສິ່ງ​ພິມ, ວາລະສານ​ຈຳນວນ​ໜຶ່ງ​ໃຫ້​ແກ່​ບັນດາ​ເຂດປະຊາຊົນບັນດາ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍ, ​ເຂດ​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ໄລຍະ 2012 – 2015, ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 4/4, ຢູ່ ຮ່າ​ໂນ້ຍ.

    ຕາມ​ບົດ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ຊົນ​ເຜົ່າ, ​ເລື່ອງ​ສະໜອງ​ສິ່ງ​ພິມ, ວາລະສານ, ໜັງສື​ພິມ​ຈຳນວນ​ໜຶ່ງ ​ໃຫ້​ເຂດ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູ​ດອຍ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ຕາມ​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ ​ໄດ້​ປະກອບສ່ວນ​ໂຄສະນາ​ຢ່າງ​ມີ​ປະສິດທິ​ຜົນ, ທັນ​ການກ່ຽວ​ກັບ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ກົດ​ໝາຍ​ຂອງ​ລັດ, ບັນດາ​ແບບຢ່າງ​ວຽກ​ດີ​ຄົນ​ເດັ່ນ, ຮູບ​​ແບບ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ.​​.​. ຜ່ານ​ນັ້ນ, ຍົກ​ສູງ​ສະຕິ​ຄວາມ​ຮັບຮູ້ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ພູດ​ອຍຕໍ່​ການ​ນຳພາ​ຂອງ​ພັກ​ເທື່ອ​ລະ​ກ້າວ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ໜັງສືພິມ, ວາລະສານ​ສືບ​ຕໍ່ຊຸກຍູ້​ການ​ໂຄສະນາ​ເຖິງ​ພໍ່​ແມ່ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ກ່ຽວກັບ​​ແຜນນະ​ໂຍບາຍ, ນະ​ໂຍບາຍ​ໃຫຍ່​ຂອງ​ພັກ, ລັດ, ລັດ ຕິດ​ພັນ​ກັບ​ບັນຫາ​ກ່ຽວຂ້ອງ​ເຖິງ​ຊີວິ​ດສັງຄົມ​ເຂ​ດຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ຫ່າງ​ໄກ​ສອກ​ຫຼີກ​.​.​.​ ກຳ​ແໜ້ນ​ແນວ​ຄິດ​ຈິດ​ໃຈ, ຫາງ​ສຽງ​ສັງຄົມ, ຄົ້ນພົບ​​ບັນດາ​ບັນຫາ​ທີ່​ເຄັ່ງຮ້ອນ​.​.​.​ເປັນ​ເສນາ​ທິການ​ໃຫ້​ແກ່​ພັກ, ລັດ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​, ທ້ອງ​ຖີ່​ນຕ່າງໆ​ແກ້​ໄຂຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ