ນ້ຳໃຈຂອງຊາວຫວຽດນາມອາໄສຢູ່ຕ່າງປະທດມຸ່ງຫາບ້ານເກີດເມືອງນອນ,ປະເທດຊາດ

ນ້ຳໃຈຂອງຊາວຫວຽດນາມອາໄສຢູ່ຕ່າງປະທດມຸ່ງຫາບ້ານເກີດເມືອງນອນ,ປະເທດຊາດ - ảnh 1
(ພາບປະກອບ/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 6/11, ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຮັບ​ບ້ວງ​ເງິນ 700 ລ້ານ​ດົ່ງ ຈາກ​ຄະນະ​ຊາວ​ ຫວຽດນາມ ​ອາ​ໄສ​ຢູ່ ​ໂປ​ໂລ​ຍ; ຮັບ 10.000 USD ຈາກ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສະຫະພັນ​ບັນດາ​ສະມາຄົມ​ຊາວ ຫວຽດນາມ​ ອາ​ໄສ​ຢູ່ ​ເອີ​ລົບ ​ແລະ ກອງ​ປະຊຸມ​ໃຫຍ່​ຊາວ ຫວຽດນາມ ອາ​ໄສ​ຢູ່ ສ​ເຊັກ​ໂກ ທີ່​ຝາກ​ມາ​ໜູນ​ຊ່ວຍ​ປະຊາຊົນ​ພາກ​ກາງ ຫວຽດນາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ນຳ້​ແກ່ງ​ຖ້ວມ. ທ່ານ ​ເຈິ່ນ​ແທງ​ເມິ​ນ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ທ່ານ​ນາງ ​ເຈືອງ​ທິງ​ອກ​ແອ໋ງ, ຮອງ​ປະທານຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຂອບ​ອົກ​ຂອບ​ໃຈ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ​ ອາ​ໄສ​ຢູ່ ​ໂປ​ໂລ​ຍ, ສ​ເຊັກ​ໂກ, ສະມາຄົມ​ຊາວ ຫວຽດນາມ ​ອາ​ໄສ​ຢູ່ ​ເອີ​ລົບ ຍາມ​ໃດ​ກໍ່​ມຸ່ງ​ຫາ​ປະ​ເທດ​ຊາດ, ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ກັບ​ພໍ່​ແມ່​ປະຊາຊົນ​ພາກ​ກາງ.

ນັບ​ແຕ່​ວັນ​ທີ 17/10-4/11, ຈຳນວນ​ເງິນ​ໄດ້​ຮັບ ​ແລະ ຈົດ​ທະບຽນ​ສະໜັບ​ສະ​ໜູນ​ປະຊາຊົນ​ພາກ​ກາງຜ່ານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ ​ແມ່ນ 18 ຕື້​ກວ່າ​ດົ່ງ .

ຂ່າວ/ບົດ​ອື່ນ