ນ້ຳໃຈຂອງປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນທີ່ມີຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ພໍ່ແມ່ປະຊາຊົນຕ້ອງສຸມໃສ່ຜະລິດ ເພື່ອຍົກສູງຊີວິດການເປັນຢູ່, ລູກຫຼານຕ້ອງໄດ້ໄປຮຽນ ນັ້ນແມ່ນຄວາມປາດຖະໜາຂອງລຸ່ງ.
ນ້ຳໃຈຂອງປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນທີ່ມີຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ ຫາຍຟ່ອງ ເມື່ອປີ 2017
(ພາບປະກອບ: TTXVN)

        ໂດຍໄດ້ຮັບຂ່າວວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ, ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ໄຕງວຽນ ໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ການນຳທີ່ໃກ້ຊິດ, ຮັກແພງປະຊາຊົນ. ທ່ານ ອີ ດຮຸນ ຮມອກ, ເຈົ້າກົກເຈົ້າເຫຼົ່າບ້ານ ດູ 1 ຍັງຈືຈຳກິລະຍາເອື້ອເຝື້ອຂອງທ່ານເລຂາທິການໃຫຍ່ເມື່ອລົງມາຢ້ຽມຢາມ ແລະ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນຕາແສງ ດູກມັກ, ເມືອງ ກຣົງ ອານາ, ແຂວງ ດັກລັກ, ເມື່ອທ້າຍປີ 2018.

        “ລຸ່ງເວົ້າວ່າ: ພໍ່ແມ່ປະຊາຊົນຕ້ອງສຸມໃສ່ຜະລິດ ເພື່ອຍົກສູງຊີວິດການເປັນຢູ່, ລູກຫຼານຕ້ອງໄດ້ໄປຮຽນ ນັ້ນແມ່ນຄວາມປາດຖະໜາຂອງລຸ່ງ. ມາຮອດປະຈຸບັນ, ພໍ່ແມ່ປະຊາຊົນພໍຢູ່, ພໍກິນ, ລູກຫຼານໄດ້ໄປຮ່ຳໄປຮຽນແລ້ວ. ບ້ານນາມີການປ່ຽນແປງ. ພໍ່ແມ່ປະຊາຊົນໃນບ້ານຂໍຂອບໃຈຕໍ່ນ້ຳໃຈອາລົມຈິດຢ່າງເລິກເຊິ່ງຂອງລຸ່ງ ທີ່ໄດ້ສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນ”.

        ໂດຍແມ່ນນັກຊ່ຽວຊານທີ່ໄດ້ຄົ້ນຄວ້າກ່ຽວກັບ ຫວຽດນາມ ເປັນເວລາຫຼາຍປີ, ທ່ານສາດສະດາຈານ ເຈິນຮານພິງ, ຫົວໜ້າສູນຄົ້ນຄວ້າ ຫວຽດນາມ ຂອງມະຫາວິທະຍາໄລ ຈຽນແຈ໋ງ, ຈີນ ຖືວ່າ, ເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບຫຼຽນໄຊມິດຕະພາບໃນປີ 2022 ໄດ້ສະແດງໃຫ້ເຫັນຢ່າງຄົບຖ້ວນບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານໃຫ້ແກ່ການພັດທະນາຂອງການພົວພັນ ຫວຽດນາມ - ຈີນ, ຍ້ອນນີ້ແມ່ນຂອງຂວັນອັນສູງສົ່ງທີ່ສຸດທີ່ສະຫງວນໃຫ້ບັນດາ ຜູ້ຊົງຄຸນວຸດທິຊາວຕ່າງປະເທດຂອງລັດ ຈີນ.

        “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳຊາວຕ່າງປະເທດໜ້ອຍຄົນທີ່ໄດ້ຮັບຫຼຽນໄຊມິດຕະພາບ. ນີ້ແມ່ນການຮັບຮູ້ສູງສຸດ. ສຳລັບປະຊາຊົນ ຈີນ ແລ້ວ, ພວກຂ້າພະເຈົ້າຕີລາຄາສູງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ຖືວ່າ, ທ່ານແມ່ນການນຳສຳຄັນຂອງ ຫວຽດນາມ, ສວມບົດບາດແກ່ນສານໃນການຊຸກຍູ້ນ້ຳໃຈມິດຕະພາບອັນຍາວນານກັບ ຈີນ ໃນຫຼາຍປີມໍ່ໆມານີ້”.

        ໃນຂະນະນັ້ນ, ວັນທີ 19 ກໍລະກົດ, ໜັງສືພິມໃຫຍ່ຂອງ ຍີ່ປຸ່ນ, ລັດເຊຍ ຫຼາຍສະບັບລ້ວນແຕ່ລົງພິມຂ່າວທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ