ນ້ຳ​ໃຈ​ພິ​ລະ​ອາດ​ຫານ​ຂອງ​ຊາວ ຫວຽດ​ນາມ ໄດ້​ສົ່ງ​ແຫຼ່ງ​ບັນ​ດານ​ໃຈ​ໃຫ້​ປະ​ຊາ​ຊົນ​ຜູ້ຮັກ​ຫອມ​ສັນ​ຕິ​ພາບ​ໃນ​ໂລກ

(VOVWORLD) - ຕອນບ່າຍວັນທີ 8 ພຶດສະພາ, ທ່ານຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO), ຫງວຽນງອກຮຸ່ງ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Pallab Sengupta, ປະທານສະພາສັນຕິພາບໂລກ, ເລຂາທິການອົງການສາມັກຄີທົ່ວປວງຊົນ ອິນເດຍ (AIPSP), ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ນ້ຳ​ໃຈ​ພິ​ລະ​ອາດ​ຫານ​ຂອງ​ຊາວ ຫວຽດ​ນາມ ໄດ້​ສົ່ງ​ແຫຼ່ງ​ບັນ​ດານ​ໃຈ​ໃຫ້​ປະ​ຊາ​ຊົນ​ຜູ້ຮັກ​ຫອມ​ສັນ​ຕິ​ພາບ​ໃນ​ໂລກ - ảnh 1ທ່ານຮອງປະທານ VUFO ຫງວຽນງອກຮຸ່ງ ຕ້ອນຮັບທ່ານປະທານສະພາສັນຕິພາບໂລກ Pallab Sengupta.(ພາບ: qdnd.vn)

ນະທີ່ນີ້, ທ່ານ ຫງວຽນງອກຮຸ່ງ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງສະພາສັນຕິພາບໂລກໃນການຜັນຂະຫຍາຍບັນດາໂຄງການອັນແທດຈິງ ແນໃສ່ຊຸກຍູ້ການສ້າງສັນຕິພາບ ແລະ ຄວາມສາມັກຄີສາກົນ; ພ້ອມທັງປາດຖະໜາວ່າ ທ່ານປະທານ Pallab Sengupta ແລະ ບັນດາສະມາຊິກສະພາສັນຕິພາບໂລກ ຈະສືບຕໍ່ສະໜັບສະໜູນ VUFO ໃນການເຄື່ອນໄຫວຊຸກຍູ້ສັນຕິພາບ, ມິດຕະພາບ. ສ່ວນທ່ານປະທານສະພາສັນຕິພາບໂລກ Pallab Sengupta ຢັ້ງຢືນວ່າ ນ້ຳໃຈພິລະອາດຫານຂອງປະຊາຊົນ ຫວຽດນາມ ໃນບັ້ນຕໍ່ສູ້ເພື່ອຄວາມເປັນທຳແນໃສ່ຍາດເອົາເອກະລາດຂອງຊາດນັ້ນ ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກ, ໃນນັ້ນ ມີອິນເດຍ.

        ສອງຝ່າຍກໍແລກປ່ຽນກ່ຽວກັບບາງກິດຈະກຳຮ່ວມມືລະອຽດໃນໄລຍະຈະມາເຖິງລະຫວ່າງ VUFO ແລະ ສະພາສັນຕິພາບໂລກ, ພິເສດແມ່ນໃນປີໜ້າ, ຄາດວ່າ ຫວຽດນາມ ຈະຈັດຫຼາຍເຫດການສຳຄັນ, ໃນນັ້ນ ມີບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຢ່າງສົມບູນ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30/04/1975 – 30/04/2025).

ຕອບກັບ

ຂ່າວ/ບົດ​ອື່ນ