ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ​ຮຸ່ງ​ໃສ​ຕະຫຼອດ​ໄປ

(VOVWORLD) -ວັນທີ 3 ຕຸລາ, ຢູ່ນະຄອນດ້ຽນບິນຝູ, ແຂວງ ດຽນບຽນ, ໄດ້ຈັດຕັ້ງພິທີອັດວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວຄັ້ງທີ III ປີ 2022. 
ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ​ຮຸ່ງ​ໃສ​ຕະຫຼອດ​ໄປ - ảnh 1ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວຄັ້ງທີ III ປີ 2022

ກ່ອນໜ້ານັ້ນ, ທີ່ພິທີໄຂໃນຄ່ຳຄືນວັນທີ 1 ຕຸລາ, ມີນັກຮ້ອງ, ນັກສິລະປິນສູນກາງ ແລະ ທ້ອງຖິ່ນ ເກືອບ 1000 ຄົນທີ່ມາຈາກ20 ແຂວງຕິດກັບເຂດຊາຍແດນຂອງສອງປະເທດ ຫວຽດນາມ - ລາວ ໄດ້ວາດພາດເຖິງເສັ້ນທາງປະຫວັດສາດທີ່ອົງອາດກ້າຫານເຊິ່ງ ສອງປະເທດ ພ້ອມກັນຜ່ານມາ, ຢັ້ງຢືນຢືນການພົວພັນເປັນແບບຢ່າງໃສແຈ້ງ, ບໍລິສຸດຜຸດຜ່ອງ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ. ພ້ອມທັງ, ເຊີດຊູຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ, ແນະນຳທ່າແຮງຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວບັນດາທ້ອງຖິ່ນ ສອງປະເທດ. ກ່າວຄຳເຫັນທີ່ພິທີໄຂວັນບຸນ, ການນຳກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ ແລະ ການນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ລ້ວນແຕ່ຢັ້ງຢືນວ່າ ປີ 2022 ແມ່ນປີທີ່ມີຄວາມໝາຍ ສຳຄັນພິເສດຂອງປະຊາຊົນສອງປະເທດ. ຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງຫຼາຍການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນໃນຫຼາຍດ້ານໃນ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ປີ 2022”, ເພື່ອຈັດຕັ້ງ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ.

ໃນຂອບເຂດວັນບຸນແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວຄັ້ງທີ III ປີ 2022, ກໍໄດ້ດຳເນີນບັນດາການເຄື່ອນໄຫວຄື: ສະແດງ, ແນະນຳວັນບຸນ, ການດຳເນີນຊີວິດດ້ານວັດທະນະທຳ, ແນະນຳບັນຍາກາດວາງສະແດງ, ໂຄສະນາບັນດາຜະລິດຕະພັນວັດທະນະທຳ ແລະ ການທ່ອງທ່ຽວ, ປະເທດຊາດ, ປະຊາຊົນ ແລະ ບັນດາຜົນງານດ້ານເສດຖະກິດ - ສັງຄົມຂອງບັນດາທ້ອງຖິ່ນ, ງານວາງສະແດງວົງຄະນະຍາດຂອງບັນດາເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນ ຫວຽດນາມ - ລາວ, ກອງປະຊຸມສຳມະນາດ ເຊື່ອມຕໍ່ການຮ່ວມມືພັດທະນາດ້ານທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ