ນ້ຳໃຈມິດຕະພາບຫວຽດນາມ-ຈີນຄວນສືບຕໍ່ໄດ້ຮັບການຮັກສາ,ເສີມຂະຫຍາຍ

ນ້ຳໃຈມິດຕະພາບຫວຽດນາມ-ຈີນຄວນສືບຕໍ່ໄດ້ຮັບການຮັກສາ,ເສີມຂະຫຍາຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
 ​ຕ້ອນຮັບ​ ​ທ່ານ​ນາງ ຫຼີຊຽວຫຼີນ

(vovworld) - ​ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມມິດຕະພາບ​ສາທາລະນະ​ລັດ ປະຊາຊົນ ຈີນ ຢ່າງ​ເປັນ​ທາງ​ການ ຕອນ​ເຊົ້າ​ວັນ​ທີ 13/09 ທີ່​ນະຄອນຫລວງ ບັກ​ກີ​ງ ປະ​ເທດ ຈີນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະມາ​ຄົມມິດຕະພາບການ​ຕ່າງປະ​ເທດປະຊາຊົນ ຈີນ ​ແລະ ຜູ້ຕາງໜ້າ​ການ​ນຳ​ສະມາຄົມ​ມິດຕະພາບ​ ຈີນ - ຫວຽດນາມ ​ໂດຍ​ທ່ານ​ນາງ ຫຼີຊຽວຫຼີນ ປະທານສະມາ​ຄົມມິດຕະພາບການ​ຕ່າງປະ​ເທດປະຊາຊົນ ຈີນ ນຳ​ໜ້າ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ເລື່ອງ​ ​ຮັກ​ສາ, ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ  - ຈີນ. ນ້ຳ​ໃຈ​ມິດຕະພາບ​ພິ​ເສດ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ແມ່ນ​ຊັບ​ສົມບັດອັນ​ລ້ຳ​ຄ່າ ຄວນ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ເສີມ​ຂະຫຍາຍ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ: ​ເພື່ອ​ສັນຕິພາບ ​ແລະ ຄວາມວັດທະນາ​ຖາວອນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ: 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຈີນ - ຫວຽດນາມ ຕ້​​ອງຮັກສາ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກ​ຄີ​, ການ​ພົວພັນທີ່​ເປັນ​ມູນ​ເຊື້ອ, ຄວາມ​ສະໜິດ​ຕິດ​ພັນ ​ເພື່ອ​ພ້ອມ​ກັນ​ຮ່ວມ​ມື, ​ພັດທະນາ, ​ເປັນ​ຕົ້ນ​ແມ່ນ ​ໃນ​ການ​ພົວພັນ​ດ້ານ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ. ທ່ານ​ນາຍົກລັດຖະມົນຕີກໍ່ປາດ​ຖະໜາ​ວ່າ 2 ຝ່າຍ​ຕັ້ງໜ້າ​ຮ່ວມ​ມື ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ມາດ​ຕະການ​ສັນຕິພາບ; ສອດ​ຄ່ອງກັບ​ກົດໝາຍ​ສາກົນ, ໃນ​ນັ້ນ​ມີ​ສົນທິສັນຍາກົດໝາຍວ່າ​ດ້ວຍ​ທະ​ເລ​ຂອງສະຫະ​ປະຊາ​ຊາດປີ 1982. ​ເຄົາລົບ​ວິວັດ​ທະນາການ ​ການ​ທູ​ດ ​ແລະ ນິຕິ​ກຳ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວກັນ, ທ່ານ​ນາຍົກ​ລັດຖະມົນຕີ​ ຫງວຽນ​ຊວນ​ຟຸກ ​ໄດ້​ພົບ​ປະ​ກັບ​ຄະນະ​ບັນດາ​ຜູ້​ແທນ​ສະມາຄົມ​ຄອບຄົວ​ອະດີດ​ທີ່​ປຶກສາ ຈີນ ທີ່​ເຄີຍ​ຊ່ວຍ​ເຫຼືອ ຫວຽດນາມ ​ໃນ​ການ​ຕໍ່ສູ້ຕ່າງໆ.


ຂ່າວ/ບົດ​ອື່ນ