ນ້ຳໃຈອົບອຸ່ນຂອງປະຊາຊົນໃນໄລຍະເກີດໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ

(VOVWORLD) -ມີຊາວນະຄອນ ໂຮ່ຈີມິນ ນັບແສນຄົນພວມປະສົບກັບຄວາມຫຍຸ້ງຍາກດ້ານວຽກເຮັດງານທຳ, ລາຍຮັບ, ຕະຫຼອດຮອດຄາບເຂົ້າໃນແຕ່ລະມື້. ພ້ອມກັບການໜູນຊ່ວຍຂອງອຳນາດການປົກປ້ອງ, ການແບ່ງປັນຂອງບັນດາທ້ອງຖິ່ນອື່ນໆ
ນ້ຳໃຈອົບອຸ່ນຂອງປະຊາຊົນໃນໄລຍະເກີດໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ - ảnh 1ຮ້ານຂ້າຍສິນຄ້າບໍ່ເກັບເງິນ
(ພາບ: baotintuc.vn)

ໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນຢູ່ນະຄອນ ໂຮ່ຈີມິນ. ມີຊາວນະຄອນ ໂຮ່ຈີມິນ ນັບແສນຄົນພວມປະສົບກັບຄວາມຫຍຸ້ງຍາກດ້ານວຽກເຮັດງານທຳ, ລາຍຮັບ, ຕະຫຼອດຮອດຄາບເຂົ້າໃນແຕ່ລະມື້. ພ້ອມກັບການໜູນຊ່ວຍຂອງອຳນາດການປົກປ້ອງ, ການແບ່ງປັນຂອງບັນດາທ້ອງຖິ່ນອື່ນໆ, ກໍຄືບັນດາຊາວນະຄອນ ໂຮ່ຈີມິນ ເອງ ພວມຊ່ວຍເຫຼືອເຊິ່ງກັນແລະກັນຢ່າງແທດຈິງ, ມີປະສິດທິຜົນ ແລະ ເຕັມໄປດ້ວຍຄວາມຮັກແພງ.

        “ປະຊາຊົນຊື້ເຄື່ອງຂອງກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍ. ມີແຫຼ່ງສະບຽງອາຫານນີ້ ກໍ່ຍ້ອນບັນດາຜູ້ໃຈບຸນໃຈກຸ້ສົນໄດ້ຮ່ວມແຮງຮ່ວມໃຈຊ່ວຍເຫຼືອກຳມະກອນພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະຕໍ່ໜ້ານີ້.”

        ອ້າຍ ດັ້ງແຄງຢຸຍ, ຜູ້ອຳນວຍການໃຫຍ່ບໍລິສັດ ເຕີນຍຽນ ຈຳກັດ, ເຊິ່ງແມ່ນບໍລິສັດປຸງແຕ່ງທັນຍາຫານແບ່ງປັນວ່າ:

        “ທາງບໍລິສັດເອງກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ກໍ່ຍັງສ້າງຕັ້ງຮ້ານຂ້າຍສິນຄ້າບໍ່ເກັບເງິນຕໍ່ໜ້າຫ້ອງການໃຫ້ແກ່ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກມາຮັບ. ພວກຂ້າພະເຈົ້າກໍ່ໄດ້ຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ແກ່ບັນດາຜູ້ປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດ ແລະ ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກອື່ນໆນຳອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ