ນ້ຳໃຈເມດຕາຈິດຕ້ອງໄດ້ທະວີຄຸນເປັນນ້ຳໃຈຮັກຊາດ

ນ້ຳໃຈເມດຕາຈິດຕ້ອງໄດ້ທະວີຄຸນເປັນນ້ຳໃຈຮັກຊາດ - ảnh 1
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ປະດັບຫຼຽນກາແຮງງານໃຫ້ບັນດາບຸກຄົນດີເດັ່ນຂອງສະມາຄົມ
(ພາບ: nhandan.com.vn)

(​vovworld) – ຕອນ​ເຊົ້າ​ວັນ​ທີ 6/4, ທ່ານ​ນາງ​ຮອງປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມຊ່ວຍ​ເຫລືອ​ຄົນ​ເຈັບ​ທຸກ​ຍາກ ​ແຂ​ວງກຽນ​ຢາງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ໝູ່​ຄະນະສະມາຄົມຊ່ວຍ​ເຫຼືອຄົນ​ເຈັບ​ທຸກ​ຍາກ ​ແຂ​ວງກຽນ​ຢາງ, ພິ​ເສດ​ແມ່ນ​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນບຸກຄົນ​ທີ່​ໄດ້​ຊ່ວຍ​ເຫຼືອ, ຮ່ວມ​​ເດີນທາງ​ພ້ອມ​ກັບ​ສະມາຄົມ​ໃນ​ການ​ປະຕິບັດວຽກ​ງານ​ສັງຄົມ, ​ໃຈ​ບຸນ​ໃຈ​ກຸສົນ​ໃນ​ໄລຍະ​ຜ່ານ​ມາ.

    10 ປີ​ຜ່ານ​ມາ, ສະມາຄົມຊ່ວຍ​ເຫຼືອຄົນ​ເຈັບ​ທຸກ​ຍາກ ​ແຂ​ວງກຽນ​ຢາງ​ໄດ້ຮັບເງິນ ​ແລະ ວັດຖຸ​ອຸປະກອນ​ທີ່​ມີ​ມູນ​ຄ່າ​ກ່ວາ ​ 561 ຕື້​ດົ່ງ​ຈາກ​ບັນດາ​ອົງການຈັດ​ຕັ້ງ, ບຸກຄົນ​ເພື່ອ​ປະຕິບັດ​ບັນດາ​ລາຍການກວດ, ປິ່ນປົວ​ພະຍາດ​ໃຫ້​ຄົນ​ທຸກ​ຍາກ. ນອກ​ນັ້ນ, ສະມາຄົມ​ຍັງ​ມີ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ຄື: ກໍ່​ສ້າງ​ເຮືອນ​ໃຫ້ຄົນ​ທຸກ​ຍາກ, ກໍ່ສ້າງ​ຂົວ.​​..​

ຂ່າວ/ບົດ​ອື່ນ