ນຳໃຊ້ passport ວັກຊິນ-ຄວາມປອດໄພຂອງປະຊາຊົນແມ່ນສຳຄັນຍິ່ງກວ່າສິ່ງໃດໝົດ

(VOVWORLD) -ມີຫຼາຍຄຳເຫັນຖືວ່າ passport ວັກຊິນໄດ້ນຳໃຊ້ເມື່ອບັນລຸການເປັນເຈົ້າການຕ້ານທານໂລກລະບາດໃນຊຸມຊົນ ຜ່ານການສັກວັກຊິນກັນໂຄວິດ-19.
ນຳໃຊ້ passport ວັກຊິນ-ຄວາມປອດໄພຂອງປະຊາຊົນແມ່ນສຳຄັນຍິ່ງກວ່າສິ່ງໃດໝົດ - ảnh 1ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຈີ່ນວັນທ໊ວນ
(ພາບ: TTXVN)

ຕອນບ່າຍວັນທີ 05 ພຶດສະພາ, ຢູ່ຮ່າໂນ້ຍ, ທີ່ກອງປະຊຸມຖະແຫງຂ່າວນັດສາມັນເດືອນ ເມສາ ຂອງລັດຖະບານ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຈີ່ນວັນທ໊ວນ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳໃຫ້ກະຊວງສາທາລະນະສຸກ ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ພິຈາລະນາບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໃຫ້ເໝາະສົມ ເມື່ອຜັນຂະຫຍາຍ passport ວັກຊິນ. ເຖິງຢ່າງໃດກໍ່ຕາມ, ນີ້ຍັງແມ່ນບັນຫາເຊິ່ງຫຼາຍປະເທດພວມຄົ້ນຄວ້າ, ປຶກສາຫາລື. ມີຫຼາຍຄຳເຫັນຖືວ່າ passport ວັກຊິນໄດ້ນຳໃຊ້ເມື່ອບັນລຸການເປັນເຈົ້າການຕ້ານທານໂລກລະບາດໃນຊຸມຊົນ ຜ່ານການສັກວັກຊິນກັນໂຄວິດ-19. ແຕ່ເຖິງຢ່າງໃດກໍ່ຕາມ, ຍັງບໍ່ທັນມີພະຍານຫຼັກຖານກ່ຽວກັບປະສິດທິຜົນຂອງການປ້ອງກັນ, ສະກັດກັ້ນຂອງວັກຊິນສຳລັບໄວຣັດ SARS-CoV-2 ກາຍພັນໃໝ່.

        ໃນໄລຍະປະຈຸບັນ, ຄຽງຂ້າງການສັກວັກຊິນ, ທ່ານຮອງລັດຖະມົນຕີ ເຈີ່ນວັນທ໊ວນ ເນັ້ນໜັກວ່າ, ຕ້ອງປະຕິບັດ 5 ມາດຕະການປ້ອງກັນໂລກລະບາດໂດຍກະຊວງສາທາລະນະສຸກວາງອອກເປັນຢ່າງດີ, ປະຕິບັດບັນດາມາດຕະການດັ່ງກ່າວໃຫ້ເປັນຢ່າງດີແມ່ນການປະກອບສ່ວນຍູ້ໂລກລະບາດໃຫ້ຖອຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ