​ນຳ​ໃຊ້ມາດ​ຕະ​ການ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ຊົ່ວ​ຄາວ ສຳ​ລັບ​ຜະ​ລິດ​ຕ​ະ​ພັນ​ເຫຼັກ​ກ້າ​ຈຳ​ນວນ​ໜຶ່ງ​ຈາກ ມາ​ເລ​ເຊຍ

(VOVWORLD) -ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫາກໍປະກາດຂໍ້ຕົກລົງວ່າດ້ວຍການນຳໃຊ້ມາດຕະການຕ້ານການຂາຍບຸບລາຄາຊົ່ວຄາວສຳລັບບາງຜະລິດຕະພັນເຫຼັກກ້າຮູບໂຕໜັງສື H ທີ່ໄດ້ນຳເຂົ້າຈາກ ມາເລເຊຍ.
​ນຳ​ໃຊ້ມາດ​ຕະ​ການ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ຊົ່ວ​ຄາວ ສຳ​ລັບ​ຜະ​ລິດ​ຕ​ະ​ພັນ​ເຫຼັກ​ກ້າ​ຈຳ​ນວນ​ໜຶ່ງ​ຈາກ ມາ​ເລ​ເຊຍ - ảnh 1(ພາບປະກອບ: ກະຊວງອຸດສາຫະກຳ ແລະ ການຄ້າ)

 ຕາມນັ້ນແລ້ວ, ລະດັບພາສີຕ້ານການຂາຍບຸບລາຄາຊົ່ວຄາວ ໄດ້ສຳລັບບັນດາວິສາຫະກິດສົ່ງອອກຂອງ ມາລເຊຍ ແມ່ນ 10,2%. ໃນເວລາ 8 ເດືອນດໍາເນີນການສືບສວນເອກະສານຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການຄຸ້ມຄອງການຄ້າຕ່າງປະເທດ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງ ກໍຄື ສັນຍາວ່າດ້ວຍການຕ້ານການຂາຍບຸບລາຄາຂອງ ອົງການການຄ້າໂລກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບບັນດາຫົວໜ່ວຍກ່ຽວຂ້ອງ ພິຈາລະນາ ແລະ ຕີລາຄາຢ່າງລະອຽດກ່ຽວກັບຜົນກະທົບຂອງການກະທຳຂາຍບຸບລາຄາຂອງສິນຄ້ານຳເຂົ້າ ຕໍ່ການເຄື່ອນໄຫວຜະລິດພາຍໃນປະເທດ, ລະດັບການຂາຍບຸບລາຄາຂອງບັນດາວິສາຫະກິດຜະລິດ ແລະ ສົ່ງອອກຂອງ ມາເລເຊຍ. ເພື່ອຍົກອອກຂໍ້ສະຫຼຸບສຸດທ້າຍກ່ຽວກັບເລື່ອງດັ່ງກ່າວ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ ຈະສືບຕໍ່ເຮັດວຽກກັບບັນດາຝ່າຍກ່ຽວຂ້ອງເພື່ອກຳນົດບັນດາຜະລິດຕະພັນທີ່ມີປັດໄຈພິເສດຕ້ອງລົບລ້າງ, ຍົກເວັ້ນ, ພ້ອມທັງຕີລາຄາຜົນກະທົບຂອງການຂາຍບຸບລາຄາຢ່າງຮອບດ້ານ.


ຕອບກັບ

ຂ່າວ/ບົດ​ອື່ນ