ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່ ເພື່ອ​ຫັນ​ຍຸດ​ທະ​ຊາດ​ການ​ຄຸ້ມ​ຄອງ ແລະ ລະ​ບົບ​ການ​ສະ​ໜອງ​ໃຫ້​ດີ​ທີ່​ສຸດ

(VOVWORLD) - ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ ພາຍໃຕ້ຜົນກະທົບຈາກໂລກລະບາດໂຄວິດ - 19, ວິສາຫະກິດໄດ້ມີເຈດຈຳນົງຫັນເປັນດີຈີຕອນ, ປ່ຽນແປງຕົນເອງໃໝ່ຢ່າງໄວວາທີ່ສຸດ. ປັດຈຸບັນ, ບັນດາບໍລິສັດຂາຍຍ່ອຍຖືວິທີການຂາຍເຄື່ອງໃນຫຼາຍຊ່ອງທາງ ແລະ ການນຳໃຊ້ບັນດາເຕັກໂນໂລຢີໃໝ່ໃນການເຄື່ອນໄຫວຄ້າຂາຍ ແລະ ການຊຳລະເປັນສຳຄັນທີ່ສຸດ. 
ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່ ເພື່ອ​ຫັນ​ຍຸດ​ທະ​ຊາດ​ການ​ຄຸ້ມ​ຄອງ ແລະ ລະ​ບົບ​ການ​ສະ​ໜອງ​ໃຫ້​ດີ​ທີ່​ສຸດ - ảnh 1ບັນດານັກປະຖະກະຖາ ເຂົ້າຮ່ວມກອງປະຊຸມສຳມະນາ (ພາບ:  congthuong.vn)

“ນຳໃຊ້ເຕັກໂນໂລຢີໃໝ່ຄື IoT, Big Data, AI, Machine Learning…ຈະຊ່ວຍໃຫ້ວິສາຫະກິດຫັນຍຸດທະສາດການຄຸ້ມຄອງ ແລະ ລະບົບການສະໜອງໃຫ້ດີທີ່ສຸດ, ຈາກນັ້ນກໍ່ເພີ່ມທະວີລາຍຮັບໃນການເຄື່ອນໄຫວ”. ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາຢູ່ກອງປະຊຸມສຳມະນາ ຫັນເປັນດີຈີຕອນ - ວິທີການຊຸກຍູ້ການເຕີບໂຕຂະແໜງຂາຍຍ່ອຍ” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຂຶ້ນໃນວັນທີ 30 ມິຖຸນາ ຢູ່ຮ່າໂນ້ຍ.

ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ ພາຍໃຕ້ຜົນກະທົບຈາກໂລກລະບາດໂຄວິດ - 19, ວິສາຫະກິດໄດ້ມີເຈດຈຳນົງຫັນເປັນດີຈີຕອນ, ປ່ຽນແປງຕົນເອງໃໝ່ຢ່າງໄວວາທີ່ສຸດ. ປັດຈຸບັນ, ບັນດາບໍລິສັດຂາຍຍ່ອຍຖືວິທີການຂາຍເຄື່ອງໃນຫຼາຍຊ່ອງທາງ ແລະ ການນຳໃຊ້ບັນດາເຕັກໂນໂລຢີໃໝ່ໃນການເຄື່ອນໄຫວຄ້າຂາຍ ແລະ ການຊຳລະເປັນສຳຄັນທີ່ສຸດ. ທ່ານ ຮ່ວາງກວາງຝ່ອງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຖືວ່າ:

        ການນຳໃຊ້ເຕັກໂນໂລຢີໃໝ່ຄື IoT, Big Data, AI, Machine Learning…ໄດ້ຊ່ວຍໃຫ້ວິສາຫະກິດ ສາມາດສະໜອງການບໍລິການຮັບໃຊ້ລູກຄ້າ ດ້ວຍການລົງພຶດຕິກຳຕົວຈິງ ແລະ ຄຸນຄ່າທີ່ດີກ່ວາເກົ່າ, ຫັນຍຸດທະສາດການຄຸ້ມຄອງ ແລະ ລະບົບການສະໜອງໃຫ້ດີທີ່ສຸດ, ຈາກນັ້ນ ກໍ່ເພີ່ມລາຍຮັບໃນການເຄື່ອນໄຫວ ແລະ ພັດທະນາ ວິສາຫະກິດ. ຕະຫຼາດການຂາຍຍ່ອຍພວມມີການແກ້ງແຍ່ງຢ່າງແຮງ ແລະ ໃນບໍ່ວ່າ ຂອບຂະໜາດຂອງວິສາຫະກິດໃຫຍ່ຫຼືນ້ອຍ ອັດຕາການຫັນເປັນດີຈີຕອນກໍ່ລ້ວນແຕ່ສວມບົດບາດຕັດສິນຊີ້ຂາດສຳລັບຄວາມຄົງຕົວຂອງວິສາຫະກິດຂາຍຍ່ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ