ນຳ​ໝາກ​ລິ້ນ​ຈີ່ ຫວຽດ​ນາມ ອອກ​ສູ່​ໂລກ

(VOVWORLD) -ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ບັກຢາງ, ຫ໋າຍເຢືອງ, ຈັດເວທີປາໄສ Vietnamese Lychees go global - ນຳໝາກລິ້ນຈີ່ ຫວຽດນາມ ອອກສູ່ໂລກ.

ນຳ​ໝາກ​ລິ້ນ​ຈີ່ ຫວຽດ​ນາມ ອອກ​ສູ່​ໂລກ - ảnh 1ທ່ານເຈິ່ນວັນກວນ, ຮອງປະທານຄະນະກຳມະການປະຊາຊົນແຂວງຫ໋າຍເຢືອງ ກ່າວຄຳເຫັນທີ່ເວທີປາໄສ (ພາບ:  VOV)

ປັດຈຸບັນ ໝາກລິ້ນຈີ່ທີ່ມີຊື່ສຽງຂອງ ຫວຽດນາມ ໄດ້ປູກຢູ່ສອງເຂດນັ້ນແມ່ນ: ແທງຮ່າ ຢູ່ແຂວງຫ໋າຍເຢືອງ ແລະ ລຸກງ້ານ ຢູ່ແຂວງບັກຢາງ, ດ້ວຍຜະລິດຕະພັນຈາກໝາກລິ້ນຈີ ໄດ້ສົ່ງໄປຂາຍຢູ່ກ່ວາ 30 ປະເທດ ແລະ ເຂດແຄ້ວນ. ປີ 2022, ໝາກລິ້ນຈີ່ ຫວຽດນາມ ຄາດຄະເນວ່າ ໄດ້ຮັບຜົນດີ ດ້ວຍປະລິມານການຜະລິດປະມານ 320.000 ໂຕນ. ທີ່ເວທີປາໄສ,   ທີ່ເວທີປາໄສ, ທ່ານເຈິ່ນວັນກວນ, ຮອງປະທານຄະນະກຳມະການປະຊາຊົນແຂວງຫ໋າຍເຢືອງໃຫ້ຮູ້ວ່າ: ໝາກລິ້ນຈີ່ ສຸກ ໃນໄລຍະສັ້ນ ນັບແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ ດ້ວຍປະລິມານການຜະລິດຂະໜາດໃຫຍ່, ເວລາໃນການເກັບກູ້ສັ້ນ ສະນັ້ນການເຊື່ອມຕໍ່ແລກປ່ຽນການຄ້າ, ການຊອກຫາຕະຫຼາດແມ່ນສິ່ງທີ່ມີຄວາມຈຳເປັນທີ່ສຸດ. ທ່ານກ່າວວ່າ:

ດ້ວຍປະສົບການ ແລະ ລະດັບການຜະລິດຂອງບັນດາຄອບຄົວ, ພ້ອມກັບການເຂົ້າຮ່ວມຂອງວິສາຫະກິດ ເພື່ອນຳໃຊ້ຄວາມກ້າວໜ້າທາງເຕັກນິກທັນສະໄໝເຂົ້າໃນການຜະລິດບົວລະບັດ, ເກັບກ່ຽວ, ຜະລິດຕະພັນໝາກລິ້ນຈີ່ແທງຮ່າ ຍາມໃດກໍ່ໄດ້ຮັບຄວາມເອກອ້າງທະນົງໃຈ ແລະ ໄດ້ຮັບການຢັ້ງຢືນກ່ຽວກັບຄຸນນະພາບ, ພ້ອມແລ້ວທີ່ຈະອອກສູ່ຕະຫຼາດທີ່ມີຄຸນນະພາບສູງໃນທົ່ວໂລກ.  ແຂວງຫ໋າຍເຢືອງໃຫ້ຄຳໝັ້ນສັນຍາວ່າ ຈະສ້າງເງື່ອນໄຂສະດວກທີ່ສຸດທາງດ້ານລະບຽບການບໍລິຫານ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ,ການຄົມມະນາຄົມ, ເດີ່ນຈອດລົດ ແລະ ການບໍລິການອື່ນໆ ເພື່ອໃຫ້ວິສາຫະກິດ, ນັກທຸລະກິດຢູ່ພາຍໃນປະເທດ ແລະ ສາກົນ ມາຫ໋າຍເຢືອງ ເພື່ອຊື້ຜະລິດຕະພັນໝາກລິ້ນຈີ່ຂອງແຂວງ.

ທີ່ເວທີປາໄສ, ບັນດາບົດປະກອບຄຳເຫັນຂອງສອງແຂວງ ຫ໋າຍເຢືອງ ແລະ ບັກຢາງ ໄດ້ນຳມາເຊິ່ງຂໍ້ມູນທີ່ເປັນປະໂຫຍດກ່ຽວກັບການກຳນົດທິດ ເຂດປູກໝາກລິ້ນຈີ່ຢ່າງປອດໄພ ຢູ່ຕາມທ້ອງຖິ່ນ ກໍ່ຄືມາດຕະການເພື່ອຫັນຄວາມປາດຖະໜາຢາກຂະຫຍາຍຕະຫຼາດສົ່ງອອກໝາກລິ້ນຈີນ ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ