ນີເຊ ປິດເຂດນ່ານຟ້າ

(VOVWORLD) - ໃນຂະນະນັ້ນ, ກໍ່ໃນວັນທີ 6 ສິງຫາ, ມີຜູ້ສະໜັບສະໜູນການກໍ່ລັດຖະປະຫານຢູ່ ນີເຊ ເກືອບ 30.000 ຄົນໄດ້ເຕົ້າໂຮມກັນຢູ່ສະໜາມກິລາ Seini Kountche ຢູ່ນະຄອນຫຼວງ Niamey.
 
ນີເຊ ປິດເຂດນ່ານຟ້າ - ảnh 1ສະມາຊິກອຳນາດການປົກຄອງທະຫານ ນີເຊ
(ພາບ:Reuters)

ວັນທີ 6 ສິງຫາ, ອຳນາດປົກຄອງທະຫານ ນີເຊ ໄດ້ປະກາດປິດເຂດນ່ານຟ້າຂອງປະເທດ ອາບຟຣີກາ ຕາເວັນຕົກນີ້, ພ້ອມທັງກ່າວເຕືອນວ່າ ບໍ່ວ່າຄວາມມານະພະຍາຍາມໃດໆເພື່ອແນໃສ່ລະເມີດເຂດນ່ານຟ້າຂອງປະເທດນີ້ກໍ່ຈະຕ້ອງ “ຮັບການໂຕ້ຕອບຢ່າງແຮງ ແລະ ໃນທັນທີ”.

ເຫດຜົນທີ່ອະທິບາຍໃຫ້ຄຳຕັດສິນດັ່ງກ່າວແມ່ນຍ້ອນໄພນາບຂູ່ດ້ານການທະຫານຈາກປະຊາຄົມເສດຖະກິດບັນດາປະເທດ ອາບຟຣີກາ ຕາເວັນຕົກ (ECOWAS) ພາຍຫຼັງທີ່ການນຳບັ້ນກໍ່ລັດຖະປະຫານປະຕິເສດການກຳນົດເວລາ ກ່ຽວກັບການຟື້ນຟູສິດອຳນາດໃຫ້ແກ່ທ່ານປະທານາທິບໍດີ Mohamed Bazoum.    

ໃນຂະນະນັ້ນ, ກໍ່ໃນວັນທີ 6 ສິງຫາ, ມີຜູ້ສະໜັບສະໜູນການກໍ່ລັດຖະປະຫານຢູ່ ນີເຊ ເກືອບ 30.000 ຄົນໄດ້ເຕົ້າໂຮມກັນຢູ່ສະໜາມກິລາ Seini Kountche ຢູ່ນະຄອນຫຼວງ Niamey. ການສະແດງກຳລັງນີ້ໄດ້ດຳເນີນໄປໃນມື້ທີ່ໝົດກຳນົດເວລາຂອງຄຳຂາດໂດຍ ECOWAS ຕໍ່ອຳນາດການປົກຄອງການທະຫານ ນີເຊ ໃນວັນທີ 30 ກໍລະກົດ ເພື່ອແນໃສ່ຟື້ນຟູ ສິດອຳນາດໃຫ້ແກ່ທ່ານປະທານາທິບໍດີ Mohamed Bazoum. ຖ້າບໍ່ປະຕິບັດຕາມ, Niamey ຈະຕ້ອງຮັບຄຳສັ່ງລົງໂທດ, ເຊິ່ງລວມທັງຄວາມອາດສາມາດທີ່ຈະໃຊ້ຄວາມຮຸນແຮງ. ຄຳຂາດໄດ້ໝົດຜົນສັກສິດໃນຕອນຄ່ຳວັນທີ 6 ສິງຫາ, ແລະ ປະຈຸບັນ, ວົງການນາຍທະຫານກຳອຳນາດຢູ່ ນີເຊ ສະແດງຄວາມບໍ່ປະນິປະນອມ.

ຕອບກັບ

ຂ່າວ/ບົດ​ອື່ນ