ນີ​ເຊ: ອຳ​ນາ​ດ​ການ​ປົກ​ຄອງ​ທະ​ຫານ ກ່າວ​ຫາ ຝ​ລັ່ງ ມ້າງເພ​ທຳ​ລາຍ​ຄວາມ​ສະ​ຫງົບ

(VOVWORLD) -  ອຳນາດການປົກຄອງທະຫານ ກ່າວຫາວ່າ ວົງການເຈົ້າໜ້າທີ່ ຝລັ່ງ ໄດ້ຂຶ້ນແຜນການສັງຫານບັນດາລັດຖະມົນຕີໃນລັດຖະບານ ນີເຊ ກໍຄື ຜູ້ນຳບັນດາກົກເຫຼົ່າຢູ່ປະເທດ ອາຟະລິກາຕາເວັນຕົກນີ້, ພ້ອມທັງສະໜອງອາວຸດ ແລະ ຊ່ວຍເຫຼືອກຸ່ມຄົນຝືນອຳນາດການປົກຄອງທະຫານ ນີເຊ.
ນີ​ເຊ: ອຳ​ນາ​ດ​ການ​ປົກ​ຄອງ​ທະ​ຫານ ກ່າວ​ຫາ ຝ​ລັ່ງ ມ້າງເພ​ທຳ​ລາຍ​ຄວາມ​ສະ​ຫງົບ - ảnh 1ທ່ານນາຍົກລັດຖະມົນຕີຊົ່ວຄາວ ນີເຊ  Ali Lamine Zeine (ພາບ:Reuters)

ວັນທີ 03 ຕຸລາ, ໂທລະພາບ Aljazeera ໄດ້ຄັດສະເໜີຖະແຫຼງການຂອງນາຍົກລັດຖະມົນຕີຊົ່ວຄາວ ນີເຊ, ທ່ານ Ali Mahaman Lamine Zeine, ໂດຍຊີ້ແຈ້ງວ່າ ວົງການເຈົ້າໜ້າທີ່ ຝລັ່ງ ໄດ້ຂຶ້ນແຜນການສັງຫານບັນດາລັດຖະມົນຕີໃນລັດຖະບານ ນີເຊ ກໍຄື ຜູ້ນຳບັນດາກົກເຫຼົ່າຢູ່ປະເທດ ອາຟະລິກາຕາເວັນຕົກນີ້, ພ້ອມທັງສະໜອງອາວຸດ ແລະ ຊ່ວຍເຫຼືອກຸ່ມຄົນຝືນອຳນາດການປົກຄອງທະຫານ ນີເຊ. ດ້ວຍຈຸດປະສົງແມ່ນມ້າງເພທຳລາຍຄວາມສະຫງົບ ແລະ ສະຖຽນລະພາບຢູ່ ນີເຊ. ເຖິງຢ່າງໃດກໍຕາມ, ນາຍົກລັດຖະມົນຕີຊົ່ວຄາວຂອງ ນີເຊ ບໍ່ໄດ້ຍົກອອກຫຼັກຖານໃດໆ ເພື່ອພິສູດໃຫ້ແກ່ບັນດາຄຳກ່າວຫາດັ່ງກ່າວ.

        ໃນການຜັນແປໜຶ່ງທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງ ຝລັ່ງ ແລະ ນີເຊ, ໃນວັນດຽວກັນ, ໂທລະພາບ Aljazeera  ກໍໄດ້ຄັດສະເໜີແຫຼ່ງຂ່າວໂດຍໃຫ້ຮູ້ວ່າ ອຳນາດການປົກຄອງທະຫານ ນີເຊ ໄດ້ຮັບຮອງແຜນຖອນກຳລັງທະຫານ ຝລັ່ງ ອອກຈາກ ນີເຊ ໂດຍ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຍົກອອກມາ.

                                                                                             ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ