ນີເຊ: ອຳນາດປົກຄອງທະຫານໄດ້ຍົກເລີກຄຳສັ່ງສະພາວະສຸກເສີນ ແລະ ຍົກເລີກທຸກຂໍ້ຕົກລົງດ້ານຄວາມໝັ້ນຄົງ, ການທະຫານກັບ ຝລັ່ງ

(VOVWORLD) - ແຈ້ງການຂອງອຳນາດການປົກຄອງທະຫານ ນີເຊ ໄດ້ຊີ້ແຈ້ງວ່າ ທຸກໆຂໍ້ຕົກລົງຮ່ວມມືດ້ານຄວາມໝັ້ນຄົງ ແລະ ການທະຫານເຊິ່ງ ນີເຊ ລົງນາມກັບ ລັດຖະບານ ຝລັ່ງ ໄລຍະກ່ອນນີ້ລ້ວນແຕ່ຖືກຍົກເລີກ ແລະ ບໍ່ມີຜົນສັກສິດ.
ນີເຊ: ອຳນາດປົກຄອງທະຫານໄດ້ຍົກເລີກຄຳສັ່ງສະພາວະສຸກເສີນ ແລະ ຍົກເລີກທຸກຂໍ້ຕົກລົງດ້ານຄວາມໝັ້ນຄົງ, ການທະຫານກັບ ຝລັ່ງ - ảnh 1(ພາບປະກອບຈາກ AFP/Getty Image)

ວັນທີ 30 ສິງຫາ, ອຳນາດປົກຄອງທະຫານ ນີເຊ ໄດ້ຕົກລົງຍົກເລີກຄຳສັ່ງສະພາວະສຸກເສີນທີ່ໄດ້ປະກາດພາຍຫຼັງການລັດຖະປະຫານໂຄ່ນລົ້ມທ່ານປະທານາທິບໍດີ Mohamed Bazoum ໃນຕອນຄ່ຳວັນທີ 26 ກໍລະກົດ, ພ້ອມທັງໄດ້ປະກາດຍົກເລີກທຸກໆຂໍ້ຕົກລົງຮ່ວມມືດ້ານຄວາມໝັ້ນຄົງ ແລະ ການທະຫານທີ່ໄດ້ລົງນາມກັບ ຝລັ່ງ.

        ແຈ້ງການຂອງອຳນາດການປົກຄອງທະຫານ ນີເຊ ໄດ້ຊີ້ແຈ້ງວ່າ ທຸກໆຂໍ້ຕົກລົງຮ່ວມມືດ້ານຄວາມໝັ້ນຄົງ ແລະ ການທະຫານເຊິ່ງ ນີເຊ ລົງນາມກັບ ລັດຖະບານ ຝລັ່ງ ໄລຍະກ່ອນນີ້ລ້ວນແຕ່ຖືກຍົກເລີກ ແລະ ບໍ່ມີຜົນສັກສິດ. ສິ່ງດັ່ງກ່າວມີຄວາມໝາຍວ່າ ການມີໜ້າຂອງບັນດາທະຫານ ຝລັ່ງ ໃນເຂດດິນແດນ ນີເຊ ແມ່ນຜິດກົດໝາຍ. ແຕ່ເຖິງຢ່າງໃດກໍ່ຕາມ, ແຈ້ງການບໍ່ໄດ້ຊີ້ແຈ້ງຈຸດເວລາບັນດາກຳລັງ ຝລັ່ງ ຈະຕ້ອງຍົກພົນອອກຈາກ ອາບຟຣີກາ ຕາເວັນຕົກ ນີ້.

        ແຈ້ງການຂອງອຳນາດການປົກຄອງທະຫານ ນີເຊ ໄດ້ຍົກອອກມາໃນສະພາບທີ່ການພົວພັນລະຫວ່າງກຳລັງນີ້ ແລະ ລັດຖະບານ ຝລັ່ງ ພວມຢູ່ໃນສະພາບການເຄັ່ງຕຶງ. ວັນທີ 25 ສິງຫາ ຜ່ານມາ, ອຳນາດການປົກຄອງທະຫານ ນີເຊ ຮຽກຮ້ອງໃຫ້ສະຖານທູດ ຝລັ່ງ ປະຈຳ Niamey ຕ້ອງ ອອກຈາກ ນີເຊ ພາຍໃນເວລາ 48 ຊົ່ວໂມງ. ຫຼັງຈາກນັ້ນ, ບັນດາຜູ້ສະໜັບສະໜູນອຳນາດການປົກຄອງການທະຫານໄດ້ຈັດການແຫ່ຂະບວນປະທ້ວງຢູ່ນອກສຳນັກງານສະຖານທູດ ແລະ ຖານທີ່ໝັ້ນການທະຫານ ຝລັ່ງ ປະຈຳ ນະຄອນຫຼວງ Niamey ເພື່ອກໍ່ຄວາມກົດດັນ.

ຕອບກັບ

ຂ່າວ/ບົດ​ອື່ນ