ນີເຊ: ເປີດເຂດນ່ານຟ້າຄືນໃໝ່; ຢືນຢັນວ່າຈະບໍ່ບຸກໂຈມຕີສະຖານທູດ ຝລັ່ງ

(VOVWORLD) - ບັນດາກຳລັງປະກອບອາວຸດຂອງປະເທດນີ້ຍັງຄົງຢູ່ໃນສະພາບການກຽມພ້ອມສູ້ຮົບສູງ, ຍ້ອນຄວາມສ່ຽງຂອງການໂຈມຕີດ້ານການທະຫານຈາກພາຍນອກທີ່ຍັງບໍ່ທັນຢຸດເທື່ອ.
ນີເຊ: ເປີດເຂດນ່ານຟ້າຄືນໃໝ່; ຢືນຢັນວ່າຈະບໍ່ບຸກໂຈມຕີສະຖານທູດ ຝລັ່ງ - ảnh 1(ພາບປະກອບ: global news)

    ໃນວັນທີ 04 ກັນຍາ, ທີ່ການຖະແຫຼງຂ່າວສາກົນເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ Niamey, ນາຍົກລັດຖະມົນຕີ ນີເຊ ໂດຍກຸ່ມກໍ່ລັດຖະປະຫານສ້າງຕັ້ງຂຶ້ນ, ທ່ານ Ali Lamine Zeine ຢືນຢັນວ່າ ບັນດາກຳລັງປະກອບອາວຸດຂອງປະເທດນີ້ຍັງຄົງຢູ່ໃນສະພາບການກຽມພ້ອມສູ້ຮົບສູງ, ຍ້ອນຄວາມສ່ຽງຂອງການໂຈມຕີດ້ານການທະຫານຈາກພາຍນອກທີ່ຍັງບໍ່ທັນຢຸດເທື່ອ.

            ທ່ານນາຍົກລັດຖະມົນຕີ Ali Lamine Zeine ຊີ້ແຈ້ງວ່າ ອຳນາດການປົກຄອງກອງທັບໄດ້ຕັດສິນໃຈຍົກເລີກບັນດາສັນຍາຮ່ວມມືດ້ານຄວາມໝັ້ນຄົງ ແລະ ການທະຫານທີ່ໄດ້ລົງນາມກັບ ຝລັ່ງ. ພ້ອມກັນນັ້ນ, ການປະກົດຕົວຂອງທ່ານເອກອັກຄະລັດຖະທູດ ຝລັ່ງ Sylvain Itte ຢູ່ ນີເຊ ແມ່ນຜິດກົດຫມາຍ ແລະ ເລື່ອງເນລະເທດທ່ານນີ້ແມ່ນບໍ່ສາມາດຕ່າວປິ້ນໄດ້. ເຖິງຢ່າງໃດກໍຕາມ, ທ່ານ Ali Lamine Zeine ກໍ່ໃຫ້ຄຳໝັ້ນສັນຍາວ່າ ບັນດາກຳລັງປະຕິບັດກົດໝາຍຂອງປະເທດນີ້ຈະບໍ່ເຂົ້າໄປໃນສະຖານທູດ ຝລັ່ງ ເພື່ອດຳເນີນການເນລະເທດ.

    ແລະກໍ່ໃນວັນດຽວກັນ, ພາຍຫຼັງເວລາເກືອບ 1 ເດືອນທີ່ປິດເຂດນ່ານຟ້າ, ນີເຊ ໄດ້ເປີດເຂດນ່ານຟ້າຂອງຕົນຄືນໃຫມ່ສໍາລັບທຸກໆຖ້ຽວບິນການຄ້າຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ເຖິງຢ່າງໃດກໍ່ຕາມ, ນີເຊ ຍັງປິດເຂດນ່ານຟ້າສຳລັບທຸກຖ້ຽວບິນດ້ານການທະຫານຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ