ນີເຊເຣຍ ມ້າງທຳລາຍແຜນການບຸກໂຈມຕີກໍ່ການຮ້າຍ

ນີເຊເຣຍ ມ້າງທຳລາຍແຜນການບຸກໂຈມຕີກໍ່ການຮ້າຍ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 12/03 ຕຳຫລວດ ນີ​ເຊ​ເຣຍ ​ໃຫ້​ຮູ້​ວ່າ: ບັນດາ​ມື​ປືນທະຫານ​ລາດ​ຕ້ານ​ກຸ່ມ​ກໍ່​ການ​ຮ້າຍ Boko Haram ​ໄດ້​ມ້າງ​ທຳລາຍກົມ​ອຸບາຍ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າ​ຍຢູ່​ນະຄອນ Maiduguri, ລັດ Borno ​ທາງ​ທິດຕາ​ເວັນອອກ​ສ່ຽງ​ເໜືອ​ປະ​ເທດ​ນີ້ ​ແລະ ດັບ​ສູນ 2 ​ເປົ້າ​ໝາຍ​ຍິງ. ນະຄອນ Maiduguri ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຖານ​ທີ່​ໝັ້ນ​ຂອງ​ກຸ່ມ​ອິດສະ​ລາມປະກອບ​ອາວຸດ​ຫົວ​ຮຸ​ນ​ແຮງ Boko Haram.

        ກ່ອນ​ໜ້າ​ນັ້ນ​ໃນ​ວັນ​ດຽວ​ກັນ, ວົງ​ການ​ເຈົ້າ​ໜ​້າທີ່ ນີ​ເຊ​ເຣຍ ກໍ່​ແຈ້ງໃຫ້ຮູ້​ວ່າ: ບັນດາ​ກຳ​ລົງ​ລັດຖະບານ​ຢູ່​ລັດ Borno ​ໄດ້ກຸ້​ເອົາ​ສາມັນ​ຊົນ 211 ຄົນ​​ອອກ​ຈາກພວກ​ກະບົດ Boko Haram.

ຕອບກັບ

ຂ່າວ/ບົດ​ອື່ນ