ບັກກ້ານສ້າງທຸກເງື່ອນໄຂສະດວກໃຫ້ວິສາຫະກິດພັດທະນາ

ບັກກ້ານສ້າງທຸກເງື່ອນໄຂສະດວກໃຫ້ວິສາຫະກິດພັດທະນາ - ảnh 1
ທ່ານ ລີ​ທາຍ​ຫາຍ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ກ້ານ
(ພາບປະກອບ)

vovworld - ວັນ​ທີ 12/10 ທີ່​ກອງ​ປະຊຸມ​ເຈລະຈາ​ກັບ​ວິ​ສາ​ຫະກິດ, ທ່ານ ລີ​ທາຍ​ຫາຍ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ກ້ານ ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດຢ່າງ​ສະດວກ​, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ທ້ອງ​ຖິ່ນ. ​ແຂວງ ບັກ​ກ້ານ ຈະ​ຈັດ​ຕັ້ງ​ການ​ເຈລະຈາປະຈຳ​ໄລຍະ​ກັບ​ປະຊາ​ຄົມ​ວິ​ສາ​ຫະກິດ, ວົງ​ການ​ນັກ​ຂ່າວຢ່າງ​ໜ້ອຍ​ສຸດ 2 ​ເທື່ອ/ປີ ​ເພື່ອ​ກຳ​ແໜ້ນ ​ແລະ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຕິດ​ຂັດ​ໃຫ້​ວິ​ສາ​ຫະກິດ​ໃນ​ບໍລິ​ເວນ​ຢ່າງ​ທັນ​ການ; ສ້າງ​ຕັ້ງ ​ແລະ ​ເປີດ​ເຜີຍ​ ​ໂທລະສັບສາຍ​ດ່ວນ. ການ​ນຳ​ແຂວງ​ກໍ່​ຮຽກ​ຮ້ອງບັນດາ​ພະ​ແນ​ກ, ຄະນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕັ້ງໜ້າ​ປະຕິ​ຮູບ, ​ເປີດ​ເຜີຍ, ​ບັນດາ​ລະບຽບ​ການ​ບໍລິຫານຢ່າງກະຈ່າງ​ແຈ້ງ ​ເພື່ອ​ແນ​ໃສ່​ປະຕິ​ຮູບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ. ທ່ານ​ປະທານ​ຄະນະ​ກຳມະການ​ປະ​ຊາ​ຊົນ  ລີ​ທາຍ​ຫາຍ ​ໃຫ້​ຮູ້​ວ່າ: ຈະ​ເອົາ​ໃຈ​ໃສ່​ຊີ້​ນຳ​ປະຕິບັດ​ການ​ສ້າງ​ກອງ​ທຶນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ