ບັກກ້ານເສີມຂະຫຍາຍທ່າໄດ້ປຽບຂອງບັນດາຜະລິດຕະພັນກະເສດທີ່ມີຕົ້ນກຳເນີດສິນຄ້າ

ບັກກ້ານເສີມຂະຫຍາຍທ່າໄດ້ປຽບຂອງບັນດາຜະລິດຕະພັນກະເສດທີ່ມີຕົ້ນກຳເນີດສິນຄ້າ - ảnh 1
(ພາບປະກອບ:backan.gov.vn)

(vovworld) - ຜະລິດ​ຕະພັນ​ໄດ້​ຮັບ​ການປົກ​ປ້ອງ​ຊື່​ເອີ້ນ ຕົ້ນ​ກຳ​ເນີ​ດພ້ອມ​ດ້ວຍ​​ເຄື່ອງໝາຍ​ການ​ຄ້າ ​ເຊິ່ງ​ໄດ້​ເອີ້ນ​ຕົ້ນ​ກຳ​ເນີ​ດຂອງ​ສິນຄ້າ. ບັກ​ກ້ານ ​​ແມ່ນ​ແຂວງ​ພູດ​ອຍທາງ​ພາກ​ເໜືອ, ການ​ນຳ​ແຂວງ ບັກ​ກ້ານ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການພັດທະນາຍີ່​ຫໍ້​ຜະລິດ​ຕະພັນ​ກະ​ເສດ 5 ຊະ​ນິດຂອງແຂວງ ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງຕົ້ນ​ກຳ​ເນີ​ດສິນຄ້າ ​ແລະ ຢັ້ງຢືນຍີ່​ຫໍ້ລວມໝູ່ ນັ້ນ​ແມ່ນ: ​ເຂົ້າສານ ​ເຈີ້​ດົນ, ​ເສັ້ນ​ລ້ອນ ບັກ​ກ້ານ, ​ເຂົ້ານາ​ໄຮ່ ​ເງິນ​ເຊີນ, ໝາກ​ໂກ​ບໍ່​ມີ​ແກ່ນ ບັກ​ກ້ານ, ໝາກກ້ຽງ​ນ້ອຍ ບັກ​ກ້ານ. ຕາມ​ການ​ນຳ​ແຂວງ ບັກ​ກ້ານ ​ແລ້ວ ​ເລື່ອງ​ຜະລິດ​ຕະພັນ​ກະ​ເສດ​ຫລາຍ​ຊະນິດ​ໄດ​້ຮັບ​ໃບຢັ້ງຢືນ​ຈົດລະ​ບຽນຕົ້ນ​ກຳ​ເນີ​ດສິນຄ້າ ​ແມ່ນ​ກາລະໂອກາດ​​ໃຫຍ່​ຫລວງ​ໃຫ້​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າຢູ່ ບັກ​ກ້ານ ​ໃນ​ການ​ພັດທະນາຕົ້ນ​ໄມ້​ກິນ​ໝາກພິ​ເສດຂອງທ້ອງ​ຖິ່ນ. ທ່ານ ຟ້າ​ມຢູຍຮື​ງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ກ້ານ ​ໃຫ້​ຮູ້​ວ່າ:

        “ທາງ​ແຂວງ ມີ​ແຜນການ​ໃນ​ສະ​ເພາະ​ໜ້າ ກໍ່​ຄື​ຍຸດ​ທະ​ສາດ​ຍາວ​ນານ ​ເພື່ອ​ຕິດ​ພັນ​ການ​ຜະລິດ​ກັບ​ການ​ຈຳໜ່າຍຜະລິດ​ຕະພັນ. ​ແຂ​ວງ​ໄດ້​ສ້າງ​ເຄື່ອງໝາຍ​ການ​ຄ້າ​ສຳ​ເລັດ.  ປະຈຸ​ບັນ ​ແຂວງ​ພວມສ້າງ​ບັນດາ​ເຂດ​ຜະລິດ, ສະຫະກອນ​ຜະລິດບັນດາ​ປະ​ເພດ​ສິນຄ້ານີ້ ​ເພື່ອ​ຮັບປະກັນ​ຂັ້ນ​ຕອນ​ການ​ຜະລິດ​ໃຫ້​ມີ​ສະມັດ​ຕະພາບ, ມີ​ຄຸນ​ນພາບ ​ແລະ ສຳຄັນ​ແມ່ນ​ມີສະບຽບອາຫານ​ປອດ​ສານພິດ ”.

 

ຂ່າວ/ບົດ​ອື່ນ