ບັກນິງ: ນັກທ່ອງທ່ຽວ ເຂົ້າຮ່ວມງານບຸນລິມ ຮັບຟັງຂັບກວານຫໍ້

ບັກນິງ: ນັກທ່ອງທ່ຽວ ເຂົ້າຮ່ວມງານບຸນລິມ ຮັບຟັງຂັບກວານຫໍ້ - ảnh 1
ໄຂ​ງານ​ບຸນ​ລິ​ມ, ​ຢູ່ເມືອງ​ຕຽນ​ຢຸ, ​ແຂວງ​ບັກ​ນິງ
(ພາບອີນເຕີແນດ)


(vovworld) – ວັນ​ທີ 02/03, ​ໄດ້​ໄຂ​ງານ​ບຸນ​ລິ​ມ (​ຢູ່ເມືອງ​ຕຽນ​ຢຸ, ​ແຂວງ​ບັກ​ນິງ). ງານ​ບຸນ ລິມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ໃຫຍ່, ຖືກຈັດ​ຂຶ້ນ​ກ່ອນໝູ່ ​ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ​ໝູ່​ໃນ​ປີ​ຂອງ​ແຂວງ​ບັກ​ນິງ. ງານ​ບຸນ​ດຳ​ເນີນ​ໄປ​ໃນ​ວັນ​ທີ 02 – 03/03, ​ເພື່ອ​ແນ​ໃສ່​ປຸກລຸກ​ຄວາມ​ເອກອ້າງ​ທະນົງ​ໃຈ ຕໍ່​ມູນ​ເຊື້ອ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​​ເຂດພາກ​ເໜືອ, ພ້ອມ​ທັງ​ໂຄສະນາ, ​ແນະນຳ​ເຖິງ​ບັນດານັກ​ທ່ອງ​ທ່ຽວພາຍ​ໃນ​ແຂວງ ​ແລະ ນອກ​ແຂວງ ກ່ຽວ​ກັບ​ມະນຸດຈຸດ​ວັດທະນະທຳ​ຂອງ​ແຂວງ. ທ່ານ​ເລ​ຊວນ​ເລີ້ຍ, ຮອງປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ຕຽນ​ຢຸ ​ໃຫ້​ຮູ້​ວ່າ, ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ຮັບ​ຊົມ​ວັດທະນະ​ທຳ​ຂັບ​ກວານ​ຫໍ້, ຄະນະ​ຈັດ​ຕັ້ງ​ໄດ້​​ສ້າງ ບ່ອນ​ຂັບ​ຮ້ອງ​ເທິງໂນນ​ພູລິ​ມ 5 ​ແຫ່ງ, ​ເຊື້ອ​ເຊີນ​ບັນດາ​ນັກ​ສິລະ​ປິນ, ສະ​ໂມ​ສອນ​ຈາກ​ບັນດາ​ໝູ່​ບ້ານ​ກວານ​ຫໍ້ມາສະ​ແດງ. ນອກຈາກ​ນັ້ນ ຍັງ​ມີ​ບັນດາ​ລາຍ​ນການ​ສະ​ແດງຂັບ​ກວານ​ຫໍ້ເທິງ​ເຮືອ, ຢູ່​ປະຕູສາລາ​ບ້ານ ​ແລະ ຢູ່​ເຮືອນ​ຂອງນັກ​ສິລະ​ປິນ 9 ຄົນ.

ຂ່າວ/ບົດ​ອື່ນ