ບັກ​ຢາງ ສົ່ງ​ອອກ​ໝາກ​ລຳ​ໄຍ​ສົດ​ງວດ​ທຳ​ອິດ​ໄປ​ຍັງ​ຕະຫຼາດ ອົດ​ສະ​ຕາ​ລີ

(VOVWORLD) -ຄະນະກຳມະການປະຊາຊົນແຂວງ ອຽນເຖ ໄດ້ປະກາດ ແລະ ມອບຂໍ້ຕົກລົງຮັບຮອງເຂດຜະລິດໝາກລຳໄຍບັນລຸມາດຕະຖານ VietGAP ໃຫ້ສະຫະກອນ ຮວ່າແທ່ງ ແລະ ດຳເນີນພິທີຕັດແຖບຜ້າສົ່ງອອກໝາກລຳໄຍ ອຽນເຖ ງວດທຳອິດ ໄປຍັງຕະຫຼາດ ອົດສະຕາລີ. 
ບັກ​ຢາງ ສົ່ງ​ອອກ​ໝາກ​ລຳ​ໄຍ​ສົດ​ງວດ​ທຳ​ອິດ​ໄປ​ຍັງ​ຕະຫຼາດ ອົດ​ສະ​ຕາ​ລີ - ảnh 1ພິທີຕັດແຖບຜ້າສົ່ງອອກໝາກລຳໄຍ ອຽນເຖ ງວດທຳອິດ ໄປຍັງຕະຫຼາດ ອົດສະຕາລີ (ພາບ: 

TTXVN)

ວັນທີ 19 ສິງຫາ, ແຂວງບັກຢາງ ໄດ້ຈັດຕັ້ງກອງປະຊຸມປະກາດເຂດຜະລິດໝາກລຳໄຍໄດ້ມາດຕະຖານ VietGAP ແລະ ສົ່ງອອກໝາກລຳໄຍງວດທຳອິດປີ 2022. ທີ່ພິທີ, ຄະນະກຳມະການປະຊາຊົນແຂວງ ອຽນເຖ ໄດ້ປະກາດ ແລະ ມອບຂໍ້ຕົກລົງຮັບຮອງເຂດຜະລິດໝາກລຳໄຍບັນລຸມາດຕະຖານ VietGAP ໃຫ້ສະຫະກອນ ຮວ່າແທ່ງ ແລະ ດຳເນີນພິທີຕັດແຖບຜ້າສົ່ງອອກໝາກລຳໄຍ ອຽນເຖ ງວດທຳອິດ ໄປຍັງຕະຫຼາດ ອົດສະຕາລີ. ປັດຈຸບັນ, ເນື້ອທີ່ປູກລຳໄຍຂອງແຂວງ ບັກຢາງ ມີປະມານ 3.400 ເຮັກຕາ ດ້ວຍປະລິມານໝາກລຳໄຍປະມານ 20.000 ໂຕນ. ເນື້ອທີ່ປູກໝາກລຳໄຍສ່ວນຫຼາຍແມ່ນຢູ່ເມືອງ ລຸກງ້ານ, ລຸກນາມ, ອຽນເຖ, ລ້າງຢາງ. ເພື່ອພັດທະນາການປູກຕົ້ນໄມ້ກິນໝາກແບບຍືນຍົງ, ທາງແຂວງ ບັກຢາງ ໄດ້ສຸມໃສ່ຍູ້ແຮງການຜະລິດເພື່ອສົ່ງອອກ, ຍົກສູງຄຸນຄ່າຜະລິດຕະພັນຕົ້ນໄມ້ກິນໝາກເທື່ອລະກ້າວ, ພິເສດ ໃນປີ 2022 ແມ່ນໄດ້ສຸມໃສ່ຊີ້ນຳການຜະລິດສົ່ງອອກໝາກລຳໄຍ. ມາຮອດປັດຈຸບັນ, ທາງແຂວງໄດ້ອອກລະຫັດເຂດປູກໝາກໄມ້ໄດ້ 47 ເຂດ, ໃນເນື້ອທີ 514 ເຮັກຕາ, ປະລິມານ 4.000 ໂຕນ ເພື່ອສົ່ງອອກໄປຈີນ; 5 ລະຫັດເຂດປູກຕົ້ນໄມ້ກິນໝາກດ້ວຍເນື້ອທີ 52,92 ເຮັກຕາ, ປະລິມານ 450 ໂຕນ ເພື່ອສົ່ງອອກໄປຂາຍໃຫ້ ອົດສະຕາລີ.


ຕອບກັບ

ຂ່າວ/ບົດ​ອື່ນ