ບໍ່​ກວດ​ພົບ​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່​ຂອງ ໄວ​ຣັດ SARS – CoV- 2 ຢູ່​ຈີນ

(VOVWORLD) -ວັນທີ 04 ມັງກອນ, ອົງການອະນາໄມໂລກ (WHO) ປະກາດຜົນການວິໄຈ ໂດຍຊີ້ໃຫ້ເຫັນວ່າ ຢູ່ ຈີນ ບໍ່ກວດພົບເຊື້ອໄວຣັດສາຍພັນໃໝ່ຂອງ ໄວຣັດ SARS – CoV- 2. 
ບໍ່​ກວດ​ພົບ​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່​ຂອງ ໄວ​ຣັດ SARS – CoV- 2 ຢູ່​ຈີນ - ảnh 1(ພາບ: ສຳນັກຂ່າວສານຊິນຮວາ)

ຂໍ້ມູນດັ່ງກ່າວໄດ້ຍົກອອກມາ ເມື່ອ WHO ປະກາດຂໍ້ມູນຕ່າງໆໂດຍສູນປ້ອງກັນ, ຕ້ານ ແລະ ຄວບຄຸມໂລກລະບາດ (CDC) ຂອງ ຈີນ ສະໜອງໃຫ້. ກ່ອນໜ້ານັ້ນໜຶ່ງວັນ, ບັນດາເຈົ້າໜ້າທີ່ WHO ໄດ້ພົບປະກັບນັກວິທະຍາສາດຈີນ ເພື່ອປຶກສາຫາລືກ່ຽວກັບສະພາບການໂລກລະບາດດັ່ງກ່າວຢູ່ປະເທດນີ້. ຕາມຜົນການວິເຄາະຂອງ CDC ຈີນ ສະໜອງ ໃຫ້, ປັດຈຸບັນ, ບັນດາສາຍພັນ BA.5.2 ແລະ BF.7 ຂອງ ສາຍພັນ Omicron ພວມແມ່ນບັນດາສາຍພັນທີ່ພົບເຫັນຫຼາຍທີ່ສຸດຢູ່ປະເທດນີ້ ເຊິ່ງກວມເອົາ 97,5% ຈຳນວນຜູ້ຕິດເຊື້ອລາຍໃໝ່ຢູ່ ຈີນ.

        ກໍໃນວັນດຽວກັນ, ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ເຊີແນວ (ປະເທດສະວິດ), ທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus ໃຫ້ຮູ້ວ່າ ປະເທດນີ້ ຍັງຮັກສາການຕິດຕໍ່ກັບຈີນ ເພື່ອກຳແໜ້ນສະພາບການໂລກລະບາດຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ