ບຸກ​ໂຈມ​ຕີ​ກໍ່​ກາ​ນ​ຮ້າຍ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຢູ່ ສາ​ທາ​ລະ​ນະ​ລັດ Dagestan ຂຶ້ນ​ກັບ ລັດ​ເຊຍ

(VOVWORLD) - ໃນເວລາ 18 ໂມງ (ຕາມເວລາ ມົດສະກູ) ຢູ່ສາທາລະນະລັດ Dagestan, ຂຶ້ນກັບ ລັດເຊຍ ໄດ້ມີບັນດາບັ້ນບຸກໂຈມຕີກໍ່ການຮ້າຍ ຢ່າງຕໍ່ເນື່ອງ. 

ວັນທີ 23 ມິຖຸນາ, ຢູ່ສາທາລະນະລັດ Dagestan, ຂຶ້ນກັບ ລັດເຊຍ ໄດ້ມີບັນດາບັ້ນບຸກໂຈມຕີກໍ່ການຮ້າຍ ຢ່າງຕໍ່ເນື່ອງ ໃນເວລາ 18 ໂມງ (ຕາມເວລາ ມົດສະກູ) ແນໃສ່ໂບດຊາວຄຼິດ, ຊາວຢິວ ຕັ້ງຢູ່ນະຄອນ Derbent ແລະ ດ່ານກວດກາຂອງຕຳຫຼວດຈະລາຈອນແຫ່ງໜຶ່ງ ຢູ່ນະຄອນ Makhachkala ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຈຳນວນໜຶ່ງ.

        ພາຍຫຼັງທີ່ໄດ້ຮັບຂ່າວດັ່ງກ່າວ, ບັນດາພະນັກງານຂອງຄະນະກຳມະການສືບສວນ ໄດ້ມີໜ້າຢູ່ບ່ອນເກີດເຫດ ເພື່ອກວດກາຢັ້ງຢືນຄືນເຫດການດັ່ງກ່າວ. ແຜນການ “ຕີສະກັດກັ້ນ” ໄດ້ປະກາດ ແລະ ຊື່ນາມສະກູນຂອງຜູ້ບຸກໂຈມຕີກໍໄດ້ຮັບການຢັ້ງຢືນ. ຫຼັງຈາກນັ້ນ, ໃນວັນດຽວກັນ, ກະຊວງພາຍໃນ Dagestan ແຈ້ງໃຫ້ຊາບວ່າ ມືປືນ 4 ຄົນ ຖືກທຳລາຍແລ້ວ. ກະຊວງພາຍໃນ Dagestan ໄດ້ເລີ່ມດຳເນີນຄະດີອາຍາ ໃນຂະນະທີ່ບັນດາພະນັກງານປະຕິບັດກົດໝາຍຍັງສືບຕໍ່ສວບສວນ ແລະ ຈັບຕົວຜູ້ທີ່ຍັງເຫຼືອ.

ທູຮ່າ - ນັກຂ່າວ VOV ປະຈຳ ລັດເຊຍ


ຕອບກັບ

ຂ່າວ/ບົດ​ອື່ນ