ບຸກໂຈມຕີດ້ວຍ UAV ເຮັດໃຫ້ທະຫານ ອາເມລິກາ ຫຼາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບຢູ່ຕາເວັນອອກກາງ

(VOVWORLD) - ອາເມລິກາ ຈະສືບຕໍ່ປະຕິບັດ “ຄຳໝັ້ນສັນຍາດ້ວຍບັ້ນຮົບຕ້ານການກໍ່ການຮ້າຍ” ແລະ ຈະບັງຄັບທຸກເປົ້າໝາຍທີ່ກ່ຽວຂ້ອງເຖິງການບຸກໂຈມຕີນີ້ “ຕ້ອງຮັບຜິດຊອບ ໃນຈຸດເວລາ ແລະ ວິທີການ” ໂດຍວໍຊິງຕັນ ຕັດສິນ
ບຸກໂຈມຕີດ້ວຍ UAV ເຮັດໃຫ້ທະຫານ ອາເມລິກາ ຫຼາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບຢູ່ຕາເວັນອອກກາງ - ảnh 1ທະຫານ ອາເມລິກາ ຢູ່ ຊີີຣີ
(ພາບ:AFP/TTXVN)

ວັນທີ 28 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ: ທະຫານ 3 ຄົນຂອງປະເທດນີ້ໄດ້ເສຍຊີວິດ ແລະ ທະຫານອີກ 25 ຄົນຖືກຮັບບາດເຈັບ ໃນການບຸກໂຈມຕີດ້ວຍ ເຮືອບິນບໍ່ມີຄົນຂັບ (UAV) ທີ່ແນໃສ່ບັນດາກຳລັງ ອາເມລິກາ ທີ່ພວມຕັ້ງທັບຢູ່ເຂດ ຕາເວັນອອກສ່ຽງເໜືອ ຈໍແດນ, ໃກ້ກັບຊາຍແດນ ຊີີຣີ. ທ່ານປະທານາທິບໍດີ ອາເມລິກາ Joe Biden ຖະແຫຼງວ່າ: ອາເມລິກາ ຈະສືບຕໍ່ປະຕິບັດ “ຄຳໝັ້ນສັນຍາດ້ວຍບັ້ນຮົບຕ້ານການກໍ່ການຮ້າຍ” ແລະ ຈະບັງຄັບທຸກເປົ້າໝາຍທີ່ກ່ຽວຂ້ອງເຖິງການບຸກໂຈມຕີນີ້ “ຕ້ອງຮັບຜິດຊອບ ໃນຈຸດເວລາ ແລະ ວິທີການ” ໂດຍວໍຊິງຕັນ ຕັດສິນ.

        ຕອນເຊົ້າວັນທີ 28 ມັງກອນ, UAV ໄດ້ບຸກໂຈມຕີຄ້າຍທະຫານ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຢ່າງຫຼວງຫຼາຍ. ພ້ອມນັ້ນ, ວັນທີ 28 ມັງກອນ, ກຸ່ມ “ຕໍ່ຕ້ານ ອິດສະລາມ ຢູ່ ອີຣັກ” ໄດ້ປະກາດນຳໃຊ້ UAV ເພື່ອບຸກໂຈມຕີກອງທັບ ອາເມລິກາ ຢູ່ 3 ສະຖານທີ່ໃນ ຊີຣີ, ໃນນັ້ນມີ 2 ຖານທີ່ໝັ້ນຢູ່ໃກ້ກັບ 3 ແຍກຊາຍແດນ ລະຫວ່າງ ອີຣັກ, ຊີີຣີ ແລະ ຈໍແດນ, ແຕ່ຍັງບໍ່ທັນຮູ້ແຈ້ງວ່າກຸ່ມນີ້ທຳການບຸກໂຈມຕີ ເຮັດໃຫ້ທະຫານ ອາເມລິກາ ເສຍຊີວິດ ແລະ ຮັບບາດເຈັບແທ້ຫຼືບໍ່?

ຕອບກັບ

ຂ່າວ/ບົດ​ອື່ນ