ບຸກໂຈມຕີນອງເລືອດແນໃສ່ຊາວShiite

ບຸກໂຈມຕີນອງເລືອດແນໃສ່ຊາວShiite - ảnh 1
(ພາບປະກອບ  AFP/TTXVN)

(vovworld) - ວັນ​ທີ 11/10 ຢູ່​ນະຄອນຫລວງ Kabul ຂອງ​ອາບ​ກາ​ນິດ​ສຖານ ​ໄດ້​ເກີດ​ເຫດບຸກ​ໂຈມ​ຕີຢ່າງນ​ອງ​ເລືອດ​​ແນໃສ່​ຊາວ​ມຸດ​ສະ​ລິ​ມນິກາຍ Shiite ຜູ້​ທີ່​ມາ​ຮ່ວມ​ງານ​ບຸນນະມັດສະການ ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 14 ຄົນ​ເສຍ​ຊີວິດ ​ແລະ ​ເກື​ອບ 40 ຄົນ​ຮັບ​ບາດ​ເຈັບ. ກະຊວງ​ພາຍ​ໃນ ອາບ​ກາ​ນິດ​ສຖານ ​ໃຫ້​ຮູ້​ວ່າ: ບັນດາ​ມື​ປືນ​ໄດ້​ບຸກ​ໂຈມ​ຕີ​ແນ​ໃສ່​ບັນດາ​ຜູ້​ທີ່​ມາ​ຮ່ວມ​ງານ​ບຸນນະມັດສະການ​ຢູ່​ວິຫານ Karte Sakhi ​​ໃນ​ໂອກາດ​ງານ​ບຸນ Ashura ຂອງ​ຊາວ​ມຸດ​ສະ​ລິ​ມ ​ນິກາຍ Shiite. ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອາບ​ກາ​ນິດ​ສຖານ ​ໄດ້​ດັບ​ສູນ​ມື​ປືນ​ໜຶ່ງຄົນ. ທ່ານ​ປະທານາທິບໍດີ ອາບ​ກາ​ນິດ​ສຖານ Ashraf Ghani ກ່າວ​ປະນາມ​ເຫ​ດບຸກ​ໂຈມ​ຕີ​ແມ່ນ​ການ​ກະທຳ “​ກໍ່ໂທດ​ກຳອັນ​ຕ່ຳ​ຊ້າ​ຕ້ານຄື​ມະນຸດ”. ທ່ານ Ashraf Ghani ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ລັດຖະບານ​ ອາບ​ກາ​ນິດ​ສຖານ ຈະລະດົມ​ກຳ​ລັງຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມສະຫງົບປອດ​ໄພ​ໃຫ້ງານ​ບຸນ Ashura.

ຂ່າວ/ບົດ​ອື່ນ