ບັງກະລາເທດ ຜັນຂະຫຍາຍກອງທັບລາດຕະເວນໃນທົ່ວປະເທດ

(VOVWORLD) - ຫ້ອງວ່າການນາຍົກລັດຖະມົນຕີ ບັງກະລາເທດ ໄດ້ຮຽກຮ້ອງໃຫ້ກອງທັບຜັນຂະຫຍາຍກຳລັງ ເມື່ອສະພາບການວຸ່ນວາຍແຜ່ອອກສູ່ວົງກວ້າງ, ກຳລັງຕຳຫຼວດບໍ່ສາມາດຄວບຄຸມໄດ້.
ບັງກະລາເທດ ຜັນຂະຫຍາຍກອງທັບລາດຕະເວນໃນທົ່ວປະເທດ - ảnh 1(ພາບປະກອບ: THX/TTXVN)

ວັນທີ 20 ກໍລະກົດ, ອຳນາດການປົກຄອງ ບັງກະລາເທດ ໄດ້ຜັນຂະຫຍາຍກອງທັບລາດຕະເວນບັນດານະຄອນ ເພື່ອສະກັດກັ້ນສະພາບຂາດສະຖຽນລະພາບທີ່ພວມມີທ່າອ່ຽງເພີ່ມຂຶ້ນ ຍ້ອນບັນດາການແຫ່ຂະບວນປະທ້ວງຂອງນັກສຶກສາ.

ຕາມສືມວນຊົນ ບັງກະລາເທດ, ໂດຍບໍ່ຫົວຊາຕໍ່ຄຳສັ່ງໄອຍະການເສິກມີຜົນສັກສິດນັບແກ່ກາງຄືນຂອງວັນທີ 19 ກໍລະກົດ, ຜູ້ແຫ່ຂະບວນປະທວງຍັງເຕົ້າໂຮມກັນ, ເຮັດໃຫ້ກຳລັງຕຳຫຼວດຕ້ານການໃຊ້ຄວາມຮຸນແຮງ ຕ້ອງຍິງປືນເພື່ອປາບປາມ. ຫ້ອງວ່າການນາຍົກລັດຖະມົນຕີ ບັງກະລາເທດ ໄດ້ຮຽກຮ້ອງໃຫ້ກອງທັບຜັນຂະຫຍາຍກຳລັງ ເມື່ອສະພາບການວຸ່ນວາຍແຜ່ອອກສູ່ວົງກວ້າງ, ກຳລັງຕຳຫຼວດບໍ່ສາມາດຄວບຄຸມໄດ້. ສື່ມວນຊົນ ບັງກະລາເທດ ໃຫ້ຂ່າວວ່າ, ຄຳສັ່ງໄອຍະການເສິກຈະມີຜົນສັກສິດຢ່າງໜ້ອຍສຸດແມ່ນຮອດເວລາ 10 ໂມງຂອງວັນທີ 21 ກໍລະກົດ (ຕາມເວລາທ້ອງຖິ່ນ).

ຕອບກັບ

ຂ່າວ/ບົດ​ອື່ນ