ບິ່ງດິ້ງ ຕ້ອນຮັບນັກແຂ່ງຂັນເຈັດສະກີແຖວໜ້າໂລກ

(VOVWORLD) - ນີ້ແມ່ນປະເພດກິລາທີ່ໄດ້ຮັບຖືວ່າຄືດັ່ງ “ການແຂ່ງຂັນລົດຟໍມູນລາວັນທາງທະເລ”, ເປັນຄັ້ງທຳອິດໄດ້ຈັດຂຶ້ນຢູ່ ຫວຽດນາມ
ບິ່ງດິ້ງ ຕ້ອນຮັບນັກແຂ່ງຂັນເຈັດສະກີແຖວໜ້າໂລກ - ảnh 1(ນັກແຂ່ງຂັນເຈັດສະກີ 62 ຄົນ, ທີ່ມາຈາກ 26 ປະເທດໃນໂລກ ເຂົ້າຮ່ວມ UIM-ABP Aquabike World Championship)

        ແຕ່ວັນທີ 22 – 24 ມີນາ, ຢູ່ນະຄອນ ກຸຍເຍິນ, ແຂວງ ບິ່ງດິ້ງ, ນັກແຂ່ງຂັນເຈັດສະກີ 62 ຄົນ, ທີ່ມາຈາກ 26 ປະເທດໃນໂລກ, ໄດ້ເລີ່ມແຂ່ງຂັນເພື່ອຊິງລາງວັນເຈັດສະກີໂລກ UIM-ABP Aquabike World Championship. ນີ້ແມ່ນປະເພດກິລາທີ່ໄດ້ຮັບຖືວ່າຄືດັ່ງ “ການແຂ່ງຂັນລົດຟໍມູນລາວັນທາງທະເລ”, ເປັນຄັ້ງທຳອິດໄດ້ຈັດຂຶ້ນຢູ່ ຫວຽດນາມ ແລະ ແຂວງ ບິ່ງດິ້ງ ໄດ້ຮັບຖືວ່າເປັນຈຸດພົ້ນເດັ່ນໃນເສດຖະກິດກິລາ ແລະ ດຶງດູດການລົງທຶນ.

        ວັນທີ 21 ມີນາ, ວຽກງານກະກຽມໃຫ້ແກ່ການແຂ່ງຂັນໄດ້ປະຕິບັດສຳເລັດ.

        “ສຳລັບການແຂ່ງຂັນນີ້, ພວກຂ້າພະເຈົ້າໄດ້ກະກຽມໃນໄລຍະສັ້ນໆ, ສະນັ້ນ, ມີຫຼາຍວຽກງານທີ່ຕ້ອງເຮັດໄວທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ດ້ວຍການໜູນຊ່ວຍເປັນຢ່າງດີຈາກອຳນາດກາປົກຄອງແຂວງ ບິ່ງດິ້ງ ກໍຄືຄະນະຈັດຕັ້ງຝ່າຍ ຫວຽດນາມ ນັ້ນ, ມາຮອດປະຈຸບັນ ວຽກງານກະກຽມໄດ້ດຳເນີນໄປຢ່າງດີງາມໂດຍພື້ນຖານ. ພວກຂ້າພະເຈົ້າຕັ້ງຄວາມຫວັງຕໍ່ການພັດທະນາການທ່ອງທ່ຽວຜ່ານບັນດາເຫດການຄືເສດຖະກິດກິລາ.”

        “ເສັ້ນທາງການແຂ່ງຂັນທີ່ເປັນໜ້າປະທັບໃຈ. ຂ້າພະເຈົ້າບໍ່ເຄີຍເຂົ້າຮ່ວມການແຂ່ງຂັນໃດຄືແນວນີ້. ທຸກສິ່ງທຸກຢ່າງ, ນັບແຕ່ນະຄອນ ກຸຍເຍິນຕະຫຼອດຮອດຮາກຖານພັກຜ່ອນກໍ່ດີທີ່ສຸດ, ຂ້າພະເຈົ້າມີຄວາມປະຕິຊົມຊື່ນເມື່ອໄດ້ເຂົ້າຮ່ວມການແຂ່ງຂັນຢູ່ທີ່ນີ້. ເປົ້າໝາຍຂອງຂ້າພະເຈົ້າແມ່ນຄວ້າໄດ້ລາງວັນທີ 1 ໃນນັດແຂ່ງຂັນນີ້.”

        ການແຂ່ງຂັນຈັດຂຶ້ນຢູ່ບຶງ ທິນ້າຍ. ດ້ວຍເນື້ອທີ່ໜ້ານ້ຳ 5.000 ເຮັກຕາ, ລວງກວ້າງເກືອບ 4 ກມ. ບັນດານັກແຂ່ງຂັນຈະແຂ່ງຂັນ 4 ປະເພດ, ລວມມີ: Runabout GP1, Ski Division GP1 & Ski Ladies GP1, Freestyle ແລະ Circuit. ໃນນັ້ນ, Runabout GP1 ແມ່ນສະຫງວນໃຫ້ນັກແຂ່ງຂັນທີ່ເປັນມືອາຊີບ ຫຼື ມີປະສົບການມາເປັນເວລາຫຼາຍປີໃນຮູບແບບນີ້. ຄະນະຈັດຕັ້ງໃຫ້ຮູ້ວ່າ, ຈະມີ 21 ຖ້ວຍລາງວັນມອບໃຫ້ບັນດານັກແຂ່ງຂັນໃນທຸກປະເພດແຂ່ງຂັນ.

        ພາຍຫຼັງການແຂ່ງຂັນຄັ້ງນີ້, ນະຄອນ ກຸຍເຍິນ, ແຂວງ ບິ່ງດິ້ງ, ຈະເປັນເຈົ້າພາບຕໍ່ເນື່ອງ 5 ປີໃຫ້ແກ່ບັນດາການແຂ່ງຂັນ UIM- ABP Aquabike World Championship.

ຕອບກັບ

ຂ່າວ/ບົດ​ອື່ນ