ບົ່ງ​ຕົ​ວບັນ​ດາ​ອົງ​ການ​ຮັບ​ຜິດ​ຊອບ​ການ​ຜັນ​ຂະ​ຫຍາຍ ສັນ​ຍາ EVFTA

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫາກໍ່ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການບົ່ງຕົວບັນດາອົງການຮັບຜິດຊອບການຜັນຂະຫຍາຍປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA).
ບົ່ງ​ຕົ​ວບັນ​ດາ​ອົງ​ການ​ຮັບ​ຜິດ​ຊອບ​ການ​ຜັນ​ຂະ​ຫຍາຍ ສັນ​ຍາ EVFTA - ảnh 1ພາບປະກອບ: TTXVN 

ໃນບັນຊີລາຍຊື່ບົ່ງຕົວດັ່ງກ່າວລວມມີ: ກະຊວງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບວຽກງານຮັບຜິດຊອບການຈຳກັດນຳເຂົ້າສິນຄ້າການຄ້າ, ບັນດາຮົ້ວກີດຂວາງປອດພາສີສຳລັບການຄ້າ ແລະ ການລົງທຶນໃນການຜະລິດພະລັງງານຜະລິດຄືນໃໝ່…

ກະຊວງການເງິນຮັບຜິດຊອບ ບັນດາເນື້ອໃນກ່ຽວກັບພາສີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮັບຜິດຊອບເນື້ອໃນທີ່ກ່ຽວຂ້ອງເຖິງຜະລິດຕະພັນກະເສດ, ບັນດາມາດຕະການສຸຂະອະນາໄມດ້ານສະບຽງອາຫານ ແລະ ກັກກັນພະຍາດສັດ ແລະ ພືດ…ກະຊວງການເງິນ (ກົມໃຫຍ່ພາສີ)ຮັບຜິດຊອບວຽກງານ ພາສີ ແລະ ສ້າງຄວາມສະດວກໃຫ້ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຮັບຜິດຊອບແກ້ໄຂຮົ້ວກີດຂວາງທາງເຕັກນິກສຳລັບການຄ້າ…

ຕອບກັບ

ຂ່າວ/ບົດ​ອື່ນ