ບິງທ້ວນ, ຫວຸງເຕົາ ດຶງດູດແຂກທ່ອງທ່ຽວ ເປັນຈໍານວນຫຼວງຫຼາຍໃນໂອກາດວັນພັກຕ້ອນຮັບວັນຊາດ ທີ 2 ກັນຍາ

(VOVWORLD) -ໃນໂອກາດວັນພັກຕ້ອນຮັບວັນຊາດທີ 2 ກັນຍາ 2018, ນະຄອນຟານທຽດ ແຂວງບິງທ້ວນ ທາງພາກໃຕ້ຂອງຫວຽດນາມ ຍັງຄົງແມ່ນຈຸດນັດພົບດຶງດູດແຂກທ່ອງທ່ຽວຈາກສາລະທິດ. 

ບິງທ້ວນ, ຫວຸງເຕົາ ດຶງດູດແຂກທ່ອງທ່ຽວ ເປັນຈໍານວນຫຼວງຫຼາຍໃນໂອກາດວັນພັກຕ້ອນຮັບວັນຊາດ ທີ 2 ກັນຍາ  - ảnh 1 ແຂກມາທ່ອງທ່ຽວຢູ່ທະເລຫວຸງເຕົາເປັນຈໍານວນຫຼວງຫຼາຍ

(ພາບ: TTXVN)

ໃນໂອກາດວັນພັກຕ້ອນຮັບວັນຊາດທີ 2 ກັນຍາ 2018, ນະຄອນຟານທຽດ ແຂວງບິງທ້ວນ ທາງພາກໃຕ້ຂອງຫວຽດນາມ ຍັງຄົງແມ່ນຈຸດນັດພົບດຶງດູດແຂກທ່ອງທ່ຽວຈາກສາລະທິດ. ນອກຈາກການມາພັກຜ່ອນຢ່ອນອາລົມແລ້ວ, ແຂກທ່ອງທ່ຽວຍັງມີໂອກາດຄົ້ນຫາຄວາມສວຍສົດງົດງາມຂອງທິວທັດທໍາມະຊາດ, ຊີວິດການເປັນຢູ່ຂອງປະຊາຊົນເຂດແຄມທະເລ ກໍຄືບັນດາເຂດປູຊະນີຍະສະຖານວັດທະນະທໍາ ແລະປະຫວັດສາດອີກດ້ວຍ.

        ຕາມການສະຖິຕິເບື້ອງຕົ້ນຂອງພະແນກວັດທະນະທໍາ - ກິລາ ແລະທ່ອງທ່ຽວ ແຂວງບິງທ້ວນແລ້ວ, ໃນໂອກາດວັນຊາດ ທີ 2 ກັນຍາ ປີນີ້, ແຂວງບິງທ້ວນ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 36.800 ເທື່ອຄົນ.

        ສໍາລັບນະຄອນທະເລ ຫວຸງເຕົາ, ໃນໂອກາດນີ້, ແຂກທ່ອງທ່ຽວໄດ້ເຈືອຈານກັບບັນຍາກາດທີ່ຟົດຟື້ນມ່ວນຊື່ນ ແລະ ຂະຫຍັນຂັນເຄື່ອນຂອງ Festival  ທະເລ 2018. ນີ້ແມ່ນເຫດການສໍາຄັນຂອງແຂວງ ເພື່ອສະເຫຼີມສະຫຼອງ 73 ປີ ແຫ່ງວັນຊາດຫວຽດນາມ ທີ 2 ກັນຍາ; ແມ່ນໂອກາດເພື່ອໃຫ້ແຂວງແນະນໍາບັນດາຜົນງານໃນດ້ານເສດຖະກິດ, ວັດທະນະທໍາ, ສັງຄົມ ທີ່ພົ້ນເດັ່ນຂອງຕົນ; ຜ່ານນັ້ນ, ເຜີຍແຜ່ໂຄສະນາຄວາມສາມາດບົ່ມຊອ້ນ, ທ່າແຮງດ້ານການທ່ອງທ່ຽວກໍຄືບັນດາຂະແໜງເສດຖະກິດທະເລອື່ນອີກດ້ວຍ. ຕາມການສະຖິຕິແລ້ວ, ໃນລະຫວ່າງວັນທີ 28 ສິງຫາ - 2 ກັນຍາ, ແຂກທ່ອງທ່ຽວມານະຄອນຫວຸງເຕົາມີປະມານ 153.350 ເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ