ບິ່ງ​ເຢືອງ ​ເພີ່ມ​ທະ​ວີ​ພາກ​ສ່ວນ​ຮັບ ແລະ ແກ້​ໄຂ​ຂໍ້​ມູນ​ຈາກ​ໂທ​ລະ​ສັບສາຍ​ດ່ວນ​ຂອງ ປະ​ຊາ​ຊົນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຮຽກຮ້ອງ ທາງແຂວງບິ່ງເຢືອງ ຕ້ອງເພີ່ມທະວີພາກສ່ວນຮັບ ແລະ ແກ້ໄຂຂໍ້ມູນຈາກໂທລະສັບສາຍດ່ວນຂອງ ປະຊາຊົນ, ຮັບຟັງ ແລະ ແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງໃຫ້ແກ່ປະຊາຊົນ.
ບິ່ງ​ເຢືອງ ​ເພີ່ມ​ທະ​ວີ​ພາກ​ສ່ວນ​ຮັບ ແລະ ແກ້​ໄຂ​ຂໍ້​ມູນ​ຈາກ​ໂທ​ລະ​ສັບສາຍ​ດ່ວນ​ຂອງ ປະ​ຊາ​ຊົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ

ທີ່ກອງປະຊຸມທາງອອນລາຍກັບແຂວງ ບິ່ງເຢືອງ ກ່ຽວກັບວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ຕອນບ່າຍວັນທີ 14 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຮຽກຮ້ອງ ທາງແຂວງບິ່ງເຢືອງ ຕ້ອງເພີ່ມທະວີພາກສ່ວນຮັບ ແລະ ແກ້ໄຂຂໍ້ມູນຈາກໂທລະສັບສາຍດ່ວນຂອງ ປະຊາຊົນ, ຮັບຟັງ ແລະ ແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງໃຫ້ແກ່ປະຊາຊົນ.

ທ່ານຮອງນາຍົກລັດຖະມົນຕີ ຖືວ່າແຂວງບິ່ງເຢືອງ ຕ້ອງຄິດໄລ່ຍຸດທະສາດຢ່າງລະອຽດ ເມື່ອກຳນົດໄດ້ເຂດເກີດໂລກລະບາດ ຕ້ອງປະຕິບັດຢ່າງເຄັ່ງຄັດ, ເຂັ້ມງວດ, ຕ້ອງມີຍຸດທະສາດປ້ອງກັນ, ຮັກສາບັນດາເຂດທີ່ບໍ່ມີຜູ້ຕິດເຊື້ອຢ່າງເຄັ່ງຄັດ. ທ່ານກ່າວວ່າ:

ຕ້ອງເພີ່ມທະວີພາກສ່ວນຮັບ ແລະ ແກ້ໄຂຂໍ້ມູນຈາກໂທລະສັບສາຍດ່ວນ ຂອງປະຊາຊົນ, ປະສົບການຂອງນະຄອນໂຮ່ຈີມິນ ແລະ ຢູ່ຫຼາຍບ່ອນແມ່ນຈະແຈ້ງທີ່ສຸດແລ້ວ. ຂ້າພະເຈົ້າສະເໜີໃຫ້ ພາກສ່ວນຮັບໂທລະສັບສາຍດ່ວນຕ້ອງເອົາໃຈໃສ່ເປັນພິເສດ, ຕ້ອງເຮັດໃຫ້ປະຊາຊົນເຫັນໄດ້ວ່າ ຍາມໃດ ເຮົາກໍ່ມີພາກສ່ວນປະຈຳການທີ່ຮັບຟັງ ແລະ ແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງໃຫ້ແກ່ປະຊາຊົນຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ