ບີ່ງເຢືອງເອົາໃຈໃສ່ເປັນພິເສດເຖິງການດຶງດູດທຶນFDIເພື່ອພັດທະນາການທ່ອງທ່ຽວ

ບີ່ງເຢືອງເອົາໃຈໃສ່ເປັນພິເສດເຖິງການດຶງດູດທຶນFDIເພື່ອພັດທະນາການທ່ອງທ່ຽວ - ảnh 1
ພາບ​ປະ​ກອບ ແຂວງ ບິ່ງ​ເຢືອງ​ຕ້ອນ​ຮັບ​ປີ​ໃໝ່​ປີ​ລະ​ກາ 2017

(vovworld) – ຕາມ​ການ​ນຳ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ ບີ່ງ​ເຢືອງ ແລ້ວ, ສຳ​ລັບ​ຂົງ​ເຂດ​ການ​ທ່ອງ​ທ່ຽວ​​ນັບແຕ່​ປີ 2016 ຮອ​ດ​ປີ 2020 ແຂວງ ບີ່ງ​ເຢືອງ ມີ​ຄວາມ​ຕ້ອງ​ການ​ເງິນ​​ລົງ​ທຶນ​​ກ່​ວາ 6.300 ຕື້​ດົ່ງ, ໃນ​ນັ້ນ​ແຫຼ່ງ​ງົບ​ປະ​ມານ​ຂອງ​ລັດ​ກວມ​ແຕ່ 15 – 20%, ສ່ວນ​ຍັງ​ເຫຼືອ​ແມ່ນແຫຼ່ງ​ທຶນ​​ມາ​ຈາກ​ບັນ​ດາ​​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດທີ່​ເຂົ້າ​ຮ່ວມ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ແຫຼ່ງ​ທຶນ FDI (ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ). ໃນ​ໄລ​ຍະ 2016 – 2020, ແຂວງ ບີ່ງ​ເຢືອງ ​ຕ້ອງບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ດ້ວຍ​ລະ​ດັບ​ເຕີບ​ໂຕ​ສະ​ເລ່ຍ​ໃນ​ແຕ່​ລະ​ປີ​ແມ່ນປະ​ມານ 20%. ແຂວ​ງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການອະ​ນຸ​ລັກ​ຮັກ​ສາ​ແຫຼ່ງ​ທີ່​ດິນ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ, ມຸ່ງ​ໄປ​ເຖິງ​ການ​ດຶງ​ດູດ​​ເງິນລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ບັນ​ດາ​ຂະ​ແໜງ​​ບໍ​ລິ​ການ​ລະ​ດັບ​ສູງ. ບັນ​ດາ​ຮູບ​ການ​ທ່ອງ​ທ່ຽວທີ່​ແຂວງ ບີ່ງ​ເຢືອງ ສຸມ​ໃສ່​ລົງ​ທຶນ​ໃນ​ໄລ​ຍະ​ແຕ່​ປີ  2016 – 2020 ລວມ​ມີ: ການ​ທ່ອງ​ທ່ຽວ​ສົມ​ທົບ​ກັບ​ການ​ຈັດ​ຕັ້ງ​ເຫດ​ການ​ຕ່າງໆ, ການ​ທ່ອງ​ທ່ຽວ​​ຊື້​ເຄື່ອງ​ຂອງ, ທ່ອງ​ທ່ຽວ​ຊີ​ວະ​ພາບ, ທ່ອງ​ທ່ຽວ​ກິ​ລາ​ລະ​ດັບ​ສູງ…


ຂ່າວ/ບົດ​ອື່ນ