ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ປະ​ກອບ​ສ່ວນ​ພັດ​ທະ​ນາ​ແນວ​ຄິດ​ ໂຮ່​ຈີ​ມິນ

(VOVWORLD) -    ບົດຂຽນມີຫົວຂໍ້ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ບໍ່ພຽງແຕ່ໄດ້ຮັບຄວາມສົນໃຈເປັນພິເສດຈາກຫາງສຽງພາຍໃນປະເທດເທົ່ານັ້ນ, ຫາກຍັງໄດ້ຮັບຄວາມສົນໃຈຈາກບັນດານັກຮຽນຮູ້ສາກົນອີກດ້ວຍ.
ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ປະ​ກອບ​ສ່ວນ​ພັດ​ທະ​ນາ​ແນວ​ຄິດ​ ໂຮ່​ຈີ​ມິນ  - ảnh 1ທ່ານສາດສະດາຈານ, ປອ. ປະຫວັດສາດວິທະຍາ Vladimir Kolotov (ພາບ: TTXVN)

ຕາມທ່ານສາດສະດາຈານ, ປອ. ປະຫວັດສາດວິທະຍາ Vladimir Kolotov ສັງກັດມະຫາວິທະຍາໄລສັງລວມ Saint Petersburg ແລ້ວ, ບົດຂຽນດັ່ງກ່າວ ໄດ້ເຕື້ອງເຖິງບັນດາລັກສະນະລະອຽດຂອງການສ້າງສັງຄົມນິຍົມ ຢູ່ ຫວຽດນາມ, ເຊິ່ງເປັນບັນຫາທີ່ຫາງສຽງ ລັດເຊຍ ພວມມີຄວາມສົນໃຈທີ່ສຸດ.

        ທ່ານ ສາດສະດາຈານ Vladimir Kolotov ຊີ້ແຈ້ງວ່າ ໃນບົດຂຽນ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ແບ່ງປັນຄຳເຫັນບົນເນື້ອໃຈຈິດໃຈສ້າງສັນ ກ່ຽວກັບການປະຕິຮູບດຳເນີນຢູ່ ລັດເຊຍ ທີ່ບໍ່ບັນລຸຜົນສຳເລັດ, ອັນໄດ້ພາໄປເຖິງເລື່ອງ ໂຊຫວຽດ ຖືກພັງລະລາຍ. ທ່ານເລຂາທິການໃຫຍ່ ກໍໄດ້ຊີ້ໃຫ້ເຫັນຢ່າງກົງໄປກົງມາບັນດາຈຸດອ່ອນຂອງລະບອບປະຊາທິປະໄຕຕາມຫຼັກການ "ປະຊາທິປະໄຕເສລີ" ເຊິ່ງ ຝ່າຍຕາເວັນຕົກໄດ້ໂຄສະນາ. ໄປຄຽງຄູ່ກັນນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກໍໄດ້ຍົກອອກບັນດາບັນຫາ ເຊິ່ງ ຫວຽດນາມ ພວມຕ້ອງປະເຊີນໜ້າ ແລະ ວິທີການແກ້ໄຂຂອງ ຫວຽດນາມ ໃນປັດຈຸບັນ ອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ