ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ແມ່ນ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ມີ​ລັກ​ສະ​ນະ​ຍຸກ​ສະ​ໄໝ ກ່ຽວ​ກັບ​ລັດ​ທິ​ສັງ​ຄົມນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ ຂອງ ຫວຽດ​ນາມ

(VOVWORLD) -ບົດຂຽນ ກຳນົດທິດຍຸດທະສາດທີ່ມີລັກສະນະຍຸກສະໄໝ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົງ ຂອງ ຫວຽດນາມ ປະກອຍສ່ວນສຳຄັນເຂົ້າການເຮັດໃຫ້ສາງທິດສະດີ ກ່ຽວກັບສັງຄົມນິຍົມໃນທົ່ວໂລກ ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ.
ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ແມ່ນ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ມີ​ລັກ​ສະ​ນະ​ຍຸກ​ສະ​ໄໝ ກ່ຽວ​ກັບ​ລັດ​ທິ​ສັງ​ຄົມນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ ຂອງ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ

ບົດຂຽນ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບລັດທິ ສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນ ສັງຄົມນິຍົມ ຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ແມ່ນ ການກຳນົດທິດຍຸດທະສາດທີ່ມີລັກສະນະຍຸກສະໄໝກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງ ຫວຽດນາມ”. ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍວຽກຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ, ໃນບົດຂຽນໃນມໍ່ໆມານີ້ ໄດ້ເນັ້ນໜັ້ກວ່າ: ເນື້ອໃນບົດຂຽນຂອງ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແມ່ນເໝາະສົມທີ່ສຸດ ກັບສະພາບການພັດທະນາຕົວຈິງ ຂອງ ຫວຽດນາມ ກໍ່ຄືໃນໂລກ. ບົດຂຽນໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ທັດສະນະພັດທະນາເສດຖະກິດ ການຕະຫຼາດຕາມ ກຳນົດທິດສັງຄົມນິຍົມ ແມ່ນບາດກ້າວບຸກທະລຸດ້ານທິດສະດີ ໂດຍພື້ນຖານທີ່ສຸດ ແລະ ມີຫົວຄິດປະດິດສ້າງ ຂອງພັກກອມມູນິດ ຫວຽດນາມ, ແມ່ນໝາກຜົນທິດສະດີອັນສຳຄັນໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່, ເລີ່ມຕົ້ນແຕ່ພຶດຕິກຳຕົວຈິງ ຂອງ ຫວຽດນາມ ແລະ ມີການຮັບຮູ້, ຄັດເລືອກບົດຮຽນປະສົບການຂອງໂລກ. ທ່ານ ຄຳວິສັນ ແກ້ວສຸວັນ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຢ່າງຖືກຕ້ອງ ຂອງພັກກອມມູນິດ ຫວຽດນາມ, ພາລະກິດແຫ່ງການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດຊາດຂອງ ຫວຽດນາມຕາມເປົ້າໝາຍສັງຄົມນິຍົມ ຈະປະສົບຜົນສຳເລັດ. ບົດຂຽນ ກຳນົດທິດຍຸດທະສາດທີ່ມີລັກສະນະຍຸກສະໄໝ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົງ ຂອງ ຫວຽດນາມ ປະກອຍສ່ວນສຳຄັນເຂົ້າການເຮັດໃຫ້ສາງທິດສະດີ ກ່ຽວກັບສັງຄົມນິຍົມໃນທົ່ວໂລກ ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ.

ຕອບກັບ

ຂ່າວ/ບົດ​ອື່ນ