ບົດບາດຂອງທະນາຍຄວາມນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນວິວັດທະນາການດຳເນີນຄະດີ

ບົດບາດຂອງທະນາຍຄວາມນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນວິວັດທະນາການດຳເນີນຄະດີ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ ​ເຮັດ​ວຽກ​ກັບ​ສະ​ຫະ​ພັນ​ທະ​ນາຍ​ຄວາມ ຫວຽດ​ນາມ
(ພາບ: Lâm Khánh/TTXVN)

(vovworld) – ​ ​ ບົດ​ບາດ​ຂອງ​ທະ​ນາຍ​ຄວາມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​​ຂຶ້ນໃນ​ວິ​ວັດ​​ທະ​ນາການດຳ​ເນີນ​ຄະ​ດີ - ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ ໄດ້​ເນັ້ນ​ໜັກ​ຄື​ດັ່ງ​ກ່າວ ທີ່​ການ​ເຮັດ​ວຽກ​ກັບ​ສະ​ຫະ​ພັນ​ທະ​ນາຍ​ຄວາມ ຫວຽດ​ນາມ ໃນ​ຕອນ​ເຊົ້າ​ວັນ​ທີ 19/9, ຢູ່​ຮ່າ​ໂນ້ຍ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຖື​ວ່າ: ບົດ​ບາດ “ຊາຍ​ຄາ​ລວມ” ຂອງວົງ​ການ​ທະ​ນາ​ຍຄ​ວາມ​ທົ່ວ​ປະ​ເທດ, ສະ​ຫະ​ພັນ​ທະ​ນາຍ​ຄວາມ ຫວຽດ​ນາມ ໄດ້​ສ້າງ​ກຳ​ລັງ​ແຮງ, ຮັບ​ປະ​ກັນ​ໃຫ້​ອາ​ຊີບ​ເປັນ​ທະ​ນາຍ​ຄວາ​ມພັດ​ທະ​ນາ​ດ້ວຍ​ຈຸດ​ໝາຍ​ປົກ​ປ້ອງ ​ລະ​ບອບສັງ​ຄົມ​ນິ​ຍົມ, ປົກ​ປ​້ອງ​ລະ​ບອບ, ປົກ​ປ້ອງ​ຄວາມ​ຍຸ​ຕິ​ທຳ, ປົກ​ປ້ອງ​ສິ​ດ​ທິ​ມະ​ນຸດ, ໃນ​ນັ້ນ​ມີ​ບັນ​ດາ​ສິດ​ກ່ຽວ​ກັບ​ການ​ເມືອງ, ເສດ​ຖະ​ກິດ, ພົນ​ລະ​ເມືອງ, ວັດ​ທະ​ນະ​ທຳ, ສັງ​ຄົມ ​ຖືກຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ.

        ຢັ້ງ​ຢືນ​ອາ​ຊີບ​​ເປັນທະ​ນາຍ​ຄວາມ​ມີ​ບົດ​ບາດ​ສຳ​ຄັນ, ແມ່ນ​ພາກ​ສ່ວ​ນ​ໜຶ່ງບໍ່​​ອາດ​ຂ​າ​ດ​ໄດ້​ໃນ​ວິ​ວັດ​​ທະ​ນາ​ການ​ດຳ​ເນີນ​ຄະ​ດີ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ ເນັ້ນ​​ຫນັກ​ວ່າ: ບັນ​ດາ​ອົງ​ການ​ ​ຍຸ​ຕິ​ທຳ​, ຕຸ​ລາ​ການຄວນ​ຍົກ​ສູງ​ກ່​ວາ​ອີກ ແລະ ຮັບ​ປະ​ກັນ​ບົດ​ບາດ​ກົດ​ໝາຍ​ຂອງ​ທະ​ນາ​ຍຄວາມ​ໃນ​ ​ການ​ດຳ​ເນີນ​ຄະ​ດີ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວັງ​ວ່າ ສະ​ຫະ​ພັນ​ທະ​ນາຍ​ຄວາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 2 ​ທີ່ຈະ​ມາ​ເຖິງ​ ໃຫ້​ສຳ​ເລັດ​ຜົນດ້ວຍ​ຈິດ​ໃຈ​ປ່ຽນ​ໃໝ່, ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ​ຂອງ​ສະ​ຫ​ະ​ພັນ​, ຍົກ​ສູງ​ບົດ​ບາດ, ທີ່​ຕັ້ງ​ກົດ​ໝາຍ​ຂອງ​ທະ​ນາ​ຍຄວາ, ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ຂອງ​ອາ​ຊີບ​​ເປັນທະ​ນາຍ​ຄວາມ, ວົງ​ການ​ທະ​ນາຍ​ຄວາມ​ຢ່າງບໍ່​ຢຸດຢັ້ງ. ໜ້າ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ສະ​ຫະ​ພັນ​ແມ່ນ​ຈັດ​ຕັ້ງ​ກຳ​ລັງ​ທະ​ນາຍ​ຄວາມ​​ໃຫ້​ເຂັ້ມແຂງ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

 


ຂ່າວ/ບົດ​ອື່ນ