ບົດບາດຂອງສື່ມວນຊົນໃນການຕໍ່ສູ້ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ

ບົດບາດຂອງສື່ມວນຊົນໃນການຕໍ່ສູ້ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ - ảnh 1
ກອງ​ປະຊຸມ​ເຝິກອົບຮົມ​ກ່ຽວ​ກັບ​ຄວາມ​ຮູ້​ດ້ານ​ກົດໝາຍ​ໃນ​ການ ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​
(ພາບ: baomoi.com)

(vovworld) - ຕອນ​ເຊົ້າ​ວັນ​ທີ 23/7, ຢູ່​ນະຄອນ​ດ່າ​ນັ້ງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ສົມ​ທົບ​ກັບ​ກະຊວງ​ຍຸຕິ​ທຳ​ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ເຝິກອົບຮົມ​ກ່ຽວ​ກັບ​ຄວາມ​ຮູ້​ດ້ານ​ກົດໝາຍ​ໃນ​ການ ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃຫ້ການ​ນຳ, ນັກ​ຂ່າວ ​ແລະ ບັນນາທິການ​​ອົງການ​ສື່​ມວນ​ຊົນ​ຕ່າງໆ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫງວຽນ​ແທ່ງ​ຮຶງ ​ເນັ້ນ​ໜັກ​ວ່າ:

        “ຜ່ານ​ການ​ເຜີຍ​ແຜ່, ສຶກສາ​ດ້ານ​ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ມື້​ນີ້, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຖັນ​ແຖວ​ນັກ​ລາຍ​ງານ​ພ້ອມ​ກັບ​ບັນດາ​ນັກ​ຂ່າວ​​ຈະ​ແລກປ່ຽນ​ນຳ​ກັນ​ຢ່າງ​ເປີດ​ອົກ​ເປີດ​ໃຈ ​ແລະ ກົງ​ໄປ​ກົງ​ມາ, ​ເພື່ອ​ໃຫ້​ວຽກ​ງານ​ໂຄສະນາ, ​ເຜີຍ​ແຜ່​ກ່ຽວ​ກັບ​ການ​ສຶກສາ​ດ້ານ​ກົດໝາຍ​ໃນ​ໄລຍະ​ຈະ​ມາ​ເຖິງໄດ້​ຮັບ​ການປະຕິບັດ​ໃຫ້​ດີກ​ວ່າ, ຜ່ານ​ນັ້ນ​ປະກອບສ່ວນ​ພ້ອມ​ກັບ​ລັດຖະບານ​ໃນ​ກິດຈະການ​ປ​້ອງກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ“.

        ​ໄລຍະ​ຜ່ານ​ມາ, ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ຕັ້ງໜ້າ​ປະກອບສ່ວນ​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ປະກອບສ່ວນ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ລັດຖະການ​ຢູ່​ບັນດາ​ອົງການ​ລັດ​ມີ​ຄວາມ​ກະຈະ​ແຈ້ງ, ຍົກ​ສູງ​ສະຕິ​ປະຕິບັດ​ກົດໝາຍ ​ແລະ ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ໃນ​ການ​ເຄື່ອນ​ໄຫວ​ປະຕິບັດ​ວຽກ​ງານ​ລັດຖະການ​ຂອງ​ລັດຖະ​ກອນ ​ແລະ ການ​ນຳ​ກົງຈັກ​ລັດຖະການ. ​ເຂົ້າ​ຮ່ວມ​ການ​ກຳນົດ​ທິດ​ໃຫ້ຫາ​ງ ສຽງ ​ແລະ ສະໜອງ​ຂໍ້​ມູນ​ຂ່າວ, ຫຼັກ​ຖານ​ພະຍານ ​ເພື່ອ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ, ສືບສວນ ​ແລະ ປັບ​ໄໝ​ລົງ​​ໂທດ.

ຂ່າວ/ບົດ​ອື່ນ