ບົດບາດສຳຄັນຂອງມະນຸດໃນການຮັກສາຄວາມລັບແລະຄວາມປອດໄພຂໍ້ມູນຂ່າວ ສານ

ບົດບາດສຳຄັນຂອງມະນຸດໃນການຮັກສາຄວາມລັບແລະຄວາມປອດໄພຂໍ້ມູນຂ່າວ ສານ - ảnh 1
ທ່ານ ເລເຊີນຫາຍ ຫົວໜ້າກຳມາທິການຊົນເຜົ່າໄດ້ຮັບລາງວັນ
(ພາບ: VGP/Lê Anh)

(vovworld) - ຕອນ​ບ່າຍ​ວັນ​ທີ 01/12, ກຸ່ມ​ບໍລິສັດຂໍ້​ມູນ​ສາກົນ IDG ສົມທົບ​ກັບ​ສະ​ໂມ​ສອນ​ຜູ້ອຳນວຍການ​ບໍລິຫານ ​ແລະ ຜູ້ອຳນວຍການ​ຮັບຜິດ​ຊ້ອບດ້ານເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ການ​ນຳ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວສານ​ດີ​ເດັ່ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (CIO/CSO Summit) ຄັ້ງ​ທີ 12 - ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ “ປ່ຽນ​ໃໝ່​ບົດບາດ CIO - ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ຄວາມ​ສ່ຽງ​ລະບົບ”. ນີ້​ແມ່ນ​ເວທີ​ປາ​ໄສ​ເຊື່ອ​ມຕໍ່​ບັນດາ​ການ​ນຳ​ຂັ້ນ​ສູງຂອງ​ກຸ່ມ​ລັດຖະບານ, ບັນດາ​ຜູ້ອ​ຳນວຍ​ການ​ເຕັກ​​ໂນ​ໂລ​ຢີຂໍ້​ມູນ​ຂ່າວ ​ແລະ ບັນດາ​ຫົວໜ່ວຍ​ສະໜອງ​ມາດ​ຕະການ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ແນ​ໃສ່​ປຶກສາ​ຫາລື, ​ແລກປ່ຽນ​ບັນດາ​ວິທີ​ການ, ມາດ​ຕະການດີ​ທີ່​ສຸດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດການ​ຄຸ້ມ​ຄອງຂອງ​ອົງການ​ສຳນັກ​ງານ, ວິ​ສາ​ຫະກິດ​ໃນ​ໄລຍະ​ຫັນປ່ຽນ​ໄປ​ສູ່​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​.

        ​ແລະ​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ ລາງວັນການ​ນຳ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວສານ​ດີ​ເດັ່ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (CIO/CSO Awards) ​ໄດ້ມອບ​ໃຫ້​ບຸກຄົນ​ດີ​​ເດັ່ນ 27 ຄົນ. ທ່ານ ​ເຈີ່ນ​ຫວຽດທັ໋ງ ຜູ້ອຳນວຍການ​​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ທະນາຄານ​ກອງທັບ ​ແມ່ນ​ໜຶ່ງ​​ໃນ​ບັນດາ​ບຸກຄົນ​ທີ່​​ໄດ້​ຮັບ​ລາງວັນ​ດັ່ງກ່າວ ​ໃຫ້​ຮູ້​ວ່າ:

        “IDG ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ​ກອງທັບ ດັ່ງ​ນັ້ນ ​ໄດ້​ເລືອກ​ເຟັ້ນຂ້າພະ​ເຈົ້າ​ປຽບ​ໝັ້ນ CEO ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ​້​ໃນ​ປີ 2016. ພວກ​ຂ້າພະ​ເຈົ້າ​ພວມ​ສ້າງ​ແຜ​ນການ ​ແລະ ສືບ​ຕໍ່ກໍ່ສ້າງ, ກຳ​ແໜ້ນ​ຄວາມ​ສາມາດຢ່າງ​ສູງ​ສຸດທີ່​ມີ​ຢູ່​ແລ້ວຂອງ​ທະນາຄານ​ກອງທັບ ກໍ່ສ້າງ​ມາດ​ຕະການ​ທະນາຄານ​​ດີ​ຈີ​ຕອນໃນ​​ເຄືອ​ຂ່າຍໂທລະສັບ Mobi, ສ້າງ​ຄວາມ​ສະດວກ​ໃຫ້​ລູກ​ຄ້າ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ດຳ​ເນີນ​ທຸລະ​ກິດ​ຂອງ​ທະນາຄານ​​ໃນ​ໄລ​ຍະ​ຕໍ່​ໄປ”

 

ຂ່າວ/ບົດ​ອື່ນ