ບົດລາຍງານການເມືອງຕ້ອງເປັນເອກະພາບຄວາມຮັບຮູ້ກ່ຽວກັບຈຸດເລີ່ມຕົ້ນປະຫວັດສາດໃໝ່, ຍສັງກາດບືນຕົວຂຶ້ນຂອງຊາດຫວຽດນາມ.

(VOVWORLD) -ຕອນບ່າຍວັນທີ 27 ສິງຫາ, ຢູ່ສຳນັກງານ ສູນກາງພັກ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ຫົວໜ້າອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຂອງອະນຸກຳມະການເອກະສານ, ໃຫ້ຄຳເຫັນ ໃສ່ຮ່າງ ບົດລາຍງານການເມືອງສ້າງໂດຍ ຄະນະບັນນາທິການບົນພື້ນຖານໂຄງຮ່າງລະອຽດ ທີ່ ໄດ້ຮັບການຮັບຮອງເອົາຈາກກອງປະຊຸມສູນກາງພັກຄັ້ງທີ 9, ສະໄໝທີ XIII
ບົດລາຍງານການເມືອງຕ້ອງເປັນເອກະພາບຄວາມຮັບຮູ້ກ່ຽວກັບຈຸດເລີ່ມຕົ້ນປະຫວັດສາດໃໝ່, ຍສັງກາດບືນຕົວຂຶ້ນຂອງຊາດຫວຽດນາມ. - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ເປັນປະທານກອງປະຊຸມຄັ້ງທີ 2 ຂອງອະນຸກຳມະການເອກະສານ

     ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ເນັ້ນໜັກວ່າ: ບົດລາຍງານການເມືອງ ແມ່ນບົດລາຍງານສູນກາງ, ສະນັ້ນ ເນື້ອໃນຕ້ອງ ໄດ້ຮັບການສະແດງອອກດ້ວຍທັດສະນະ ແລະ ແຜນນະໂຍບາຍ;  ພວກເຮົາຕ້ອງເປັນເອກະພາບ ຄວາມຮັບຮູ້ກ່ຽວກັບຈຸດເລີ່ມຕົ້ນປະຫວັດສາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດຫວຽດນາມ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່;  ປຸກລຸກຄວາມ ເອກອ້າງທະນົງໃຈ, ເພີ່ງຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ແລະ ຄວາມເຊື່ອໝັ້ນຕົນເອງ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຕໍ່ ແນວທາງອັນຖືກຕ້ອງ, ຄວາມສະຫຼາດສ່ອງໃສ ຂອງພັກ, ຕໍ່ຈຸດໝາຍ ແລະ ເສັ້ນທາງກ້າວຂຶ້ນສູ່ ສັງຄົມນິຍົມ ທີ່ປະທານ ໂຮ່ຈີມິນ ແລະ ທັງຊາດຫວຽດນາມໄດ້ເລືອກເຟັ້ນ  

ຕອບກັບ

ຂ່າວ/ບົດ​ອື່ນ