ບົດລາຍງານຂອງກະຊວງການຕ່າງປະເທດ ອາເມລິກາ: ການຮຽກສິດອໍານາດອະທິປະໄຕ ຢູ່ທະເລຜ່ານເສັ້ນທາງ 9 ຕອນຂອງ ຈີນ ແມ່ນບໍ່ມີຫຼັກຖານ

(VOVWORLD) -     ກະຊວງການຕ່າງປະເທດ ອາເມລິກາ ຫາກໍປະກາດບົດລາຍງານ ທີ່ມີຊື່ວ່າ “ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ມີຄວາມເສລີ ແລະ ເປີດກວ້າງ: ຊຸກຍູ້ວິໄສທັດລວມ”. ເນື້ອໃນຂອງບົດລາຍງານໄດ້ສຸມໃສ່ວຽກງານສົມທົບກັນລະຫວ່າງ ອາເມລິກາ ກັບ ບັນດາຄູ່ຮ່ວມມື ແລະ ສໍາພັນທະມິດໃນພາກພື້ນ ເພື່ອແນໃສ່ປະຕິບັດວິໄສທັດລວມ.
ບົດລາຍງານຂອງກະຊວງການຕ່າງປະເທດ ອາເມລິກາ: ການຮຽກສິດອໍານາດອະທິປະໄຕ ຢູ່ທະເລຜ່ານເສັ້ນທາງ 9 ຕອນຂອງ ຈີນ ແມ່ນບໍ່ມີຫຼັກຖານ  - ảnh 1ບົດລາຍງານ“ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ມີຄວາມເສລີ ແລະ ເປີດກວ້າງ: ຊຸກຍູ້ວິໄສທັດລວມ” ຂອງ ອາເມລິກາ (ພາບປະກອບ:baoquocte.vn )

        ຕາມນັ້ນແລ້ວ, ບົດລາຍງານຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ວໍຊີງຕັນ ຈະສືບຕໍ່ສົມທົບກັບບັນດາຄູ່ຮ່ວມມື ແລະ ສໍາພັນທະມິດຮັກສາຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນໃຫ້ມີຄວາມເສລີ ແລະ ເປີດກວ້າງ, ລວມທັງຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະມີຄວາມປອດໄພໃນການເດີນເຮືອ ຢູ່ພາກພື້ນ ອິນເດຍ - ປາຊີຟິກ.

        ກ່ຽວກັບບັນຫາທະເລຕາເວັນອອກ, ອາເມລິກາ ຮຽກຮ້ອງໃຫ້ບັນດາປະເທດມີການຮຽກສິດອໍໍານາດອະທິປະໄຕ, ລວມມີ ຈີນ, ຄວນແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນາບຂູ່ກັນ ແລະ ປະຕິບັດໃຫ້ກຕ້ອງຕາມກົດໝາຍສາກົນ. ຕາມບົດລາຍງານຂອງ ກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ການຮຽກສິດອໍານາດອະທິປະໄຕຢູ່ທະເລຂອງ ຈີນ ທີ່ໄດ້ສະແດງຜ່ານເສັ້ນ 9 ຕອນນັ້ນ ແມ່ນບໍ່ມີຫຼັກຖານ, ບໍ່ຖືກຕ້ອງຕາມກົດໝາຍ ແລະ ໄຮ້ເຫດຜົນ. ບັນດາການຮຽກສິດ ທີ່ບໍ່ມີຫຼັກຖານດ້ານນິຕິທໍາ, ປະຫວັດສາດ ແລະ ພູມສາດນີ້ ໄດ້ກໍ່ຜົນເສຍຫາຍຕໍ່ບັນດາປະເທດອື່ນ.  ຜ່ານບັນດາການກະທໍາເກາະຜິດ ຊໍ້າໄປຊໍ້າມານັ້ນແມ່ນ ເພື່ອແນໃສ່ຢັ້ງຢືນ ເສັ້ນ 9 ຕອນ ຂອງຕົນ, ປັກກິ່ງ ໄດ້ກີດຂວາງບັນດາປະເທດສະມາຊິກ ອາຊຽນ ເຂົ້າເຖິງບັນດາແຫຼ່ງພະລັງງານສໍາຮອງທີ່ມີມູນຄ່າ 2,5 ພັນ ຕື້ USD, ພ້ອມທັງເຮັດໃຫ້ສະພາບການຂາດສະຖຽນລະພາບ ແລະ ຄວາມສ່ຽງເກີດການປະທະກັນເພີ່ມຂຶ້ນ.

ຟ້າມຮວນ - ນັກຂ່າວ VOV ປະຈໍາ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ