ບົດລາຍງານປະຈຳປີກ່ຽວກັບເສດຖະກິດຂອງຫວຽດນາມ ປີ 2013

ບົດລາຍງານປະຈຳປີກ່ຽວກັບເສດຖະກິດຂອງຫວຽດນາມ ປີ 2013 - ảnh 1
(ພາບປະກອບ)
(vovworld) -  ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ປະກາດ​ບົດລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບເສດຖະກິດ​ຂອງ ຫວຽດນາມ ​ໃນປີ 2013, ​ໂດຍມະຫາວິທະຍາ​ໄລ​ເສດຖະກິດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ແລະ ​ສູນ​ຄົ້ນຄວ້າ​ເສດຖະກິດ​ ​ແລະ ນະ​ໂຍບາຍ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/05, ຢູ່​ຮ່າ​ໂນ້ຍ, ກຸ່ມ​ນັກຄົ້ນຄວ້າ​ໄດ້​ຍົກ​ອອກ 2 ຫົວ​ເລື່ງ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ຫວຽດນາມ ​ໃນ​ປີ 2013. ​ເຊິ່ງຕາມ​ນັ້ນ​ແລ້ວ, ຫົວ​ເລື່ອງ​ຄາດ​ຄະ​ເນ​ລະດັບ​ເຕີບ​ໂຕ​ບັນລຸ​ປະມານ 5,04%, ​ໃນ​ຂະນະ​ທີ່​ຫົວ​ເລື່ອງບັນລຸ​ລະດັບສູງ​ກວ່າ 5,35%. ຜູ້​ຕ່າງ​ໜ້າ​ກຸ່ມ​ນັກປະຕິບັດ​ບົດ​ລາຍ​ງານ, ທ່ານ​ປະລິຍາ​ເອກ ຫງວຽນ​ດຶກ​ແທ່ງ, ຫົວໜ້າ​ສູນ​ຄົ້ນຄວ້າ​ເສດຖະກິດ ​ແລະ ນະ​ໂຍບາຍໄດ້​ໃຫ້​ຮູ້​ບັນດາ​ບັນຫາ​ໄລຍະ​ສັ້ນ ​ແລະ ​ໄລຍະ​ກາງ​ເຊິ່ງ​ໄດ້​ວາງ​ອອກ​ໃຫ້​ແກ່​ຫວຽດນາມ ນັ້ນ​ແມ່ນ, ​ແກ້​ໄຂ​ໜີ້​ເສຍ​ໃນ​ລະບົບ​ດານ​ເງິນ ​ແລະ ຟື້ນ​ຟູ​ພາກ​ວິ​ສາ​ຫະກິດ; ຟື້ນ​ຟູ​ຕະຫຼາດ​ອະສັງຫາລິມະ​ຊັບ​ເພື່ອ​ຜ່ານ​ນັ້ນ ໜູນ​ຊ່ວຍ​ລະບົບ​ການ​ເງິນ - ສິນ​ເຊື່ອໃຫ້ຟື້ນຟູກໍ​ແມ່ນ​ຄວາມ​ຕ້ອງການ​ຢ່າງ​ຮີບ​ດ່ວນ. ທ່ານ​ປະລິຍາ​ເອກ ຫງວຽນ​ດຶກ​ແທ່ງ ກ່າວ​ວ່າ.

        “​ໃນ​ໄລຍະ​ສັ້ນ​ປີ 2013 ​ແລະ ​ໃນ​ປີ 2014, ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບຸລິມະສິດ​ເລືອກ​ເຟັ້ນນະ​ໂຍບາຍ​ຟື້ນ​ຟູ​ການ​ເຕີບ​ໂຕ, ຟື້ນ​ຟູ​ວິ​ສາ​ຫະກິດ, ບັນດາ​ນະ​ໂຍບາຍ​ການ​ເງິນ​ຢ່າງ​ແໜ້ນ​ແຟ້ນ, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ... ນອກຈາກ​ນັ້ນ, ດອກ​​ເບ້ຍ​ເງິນກູ້ຖືກບັງຄັບຫລຸດ​ລົງ, ​ແຕ່ຖ້າ​ຫາກ​ທະນາຄານ​ສຸມ​ໃສ່​ເຂົ້າ​ໃນ​ການ​ຫລຸດ​ດອກ​ເບ້ຍ​ເງິນ​ດົງ ຈະ​ເຮັດ​ໃຫ້​ຂາດດູນ​ຕະຫຼາດ​ຊັບສິນອື່ນໆ​ຄື USD, ຄຳ, ອະສັງຫາລິມະ​ຊັບ. ສິ່ງນີ້​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່. ກ່ຽວ​ກັບ​ຕະຫຼາດ​ອະສັງຫາລິມະ​ຊັບ, ຕ້ອງ​ຕິດຕາມ​ບັນ​ດາ​ບ້ວງ​ເງິນ​ໜູນ​ຊ່ວຍ​ສົ່ງຜົນ​ກະທົບ​ຄື​ແນວ​ໃດ​ໃນ​ສະພາບ​ຊົບເຊົາຄື​ປະຈຸ​ບັນ ຖ້າບໍດັ່ງນັ້ນຈະສິ້ນເປືອງແຫຼ່ງກຳລັງ”.

ຂ່າວ/ບົດ​ອື່ນ