ບົດ​ລາຍ​ງານ​ສິ​ດ​ທິ​ມະ​ນຸດ​ຂອງ EU ໃຫ້​ຂໍ້​ສັງ​ເກດ​ທີ່ຂາດ​ພາ​ວະ​ວິ​ໄສ​ກ່ຽວ​ກັບ ຫວຽດ​ນາມ

(VOVWORLD) - ເຖິງວ່າບົດລາຍງານດັ່ງກ່າວ ໄດ້ຍົກອອກບາງຜົນງານ ແລະ ບາດກ້າວເດີນຂອງ ຫວຽດນາມ ໃນການປົກປ້ອງສິດທິມະນຸດກໍຕາມ ແຕ່ໜ້າເສຍດາຍທີ່ຍັງສືບຕໍ່ໃຫ້ຂໍ້ສັງເກດທີ່ຂາດພາວະວິໄສອີງໃສ່ບັນດາຂໍ້ມູນທີ່ບໍ່ມີມູນຄວາມຈິງ ແລະ ສ່ອງແສງບໍ່ຖືກຕ້ອງສະພາບການຕົວຈິງຢູ່ ຫວຽດນາມ.
ບົດ​ລາຍ​ງານ​ສິ​ດ​ທິ​ມະ​ນຸດ​ຂອງ EU ໃຫ້​ຂໍ້​ສັງ​ເກດ​ທີ່ຂາດ​ພາ​ວະ​ວິ​ໄສ​ກ່ຽວ​ກັບ ຫວຽດ​ນາມ - ảnh 1 ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽນດນາມ (ພາບ: ກະຊວງການຕ່າງປະເທດ) 

ຕອນບ່າຍວັນທີ 06 ມິຖຸນາ, ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບບົດລາຍງານປະຈຳປີກ່ຽວກັບສິດທິມະນຸດ ແລະ ປະຊາທິປະໄຕໃນໂລກ ປີ 2023 ຂອງ ສະຫະພາບເອີຣົບ (EU) ມີເນື້ອໃນສ່ອງແສງສະພາບການສິດທິມະນຸດຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽນດນາມ ຊີ້ແຈ້ງວ່າ: ເຖິງວ່າບົດລາຍງານດັ່ງກ່າວ ໄດ້ຍົກອອກບາງຜົນງານ ແລະ ບາດກ້າວເດີນຂອງ ຫວຽດນາມ ໃນການປົກປ້ອງສິດທິມະນຸດກໍຕາມ ແຕ່ໜ້າເສຍດາຍທີ່ຍັງສືບຕໍ່ໃຫ້ຂໍ້ສັງເກດທີ່ຂາດພາວະວິໄສອີງໃສ່ບັນດາຂໍ້ມູນທີ່ບໍ່ມີມູນຄວາມຈິງ ແລະ ສ່ອງແສງບໍ່ຖືກຕ້ອງສະພາບການຕົວຈິງຢູ່ ຫວຽດນາມ.

        ດັ່ງທີ່ໄດ້ກ່າວຢັ້ງຢືນມາເປັນຫຼາຍຄັ້ງແລ້ວວ່າ, ການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດ ຫວຽດນາມ. ຫວຽດນາມ ຍາມໃດກໍຖືມະນຸດເປັນໃຈກາງ, ແມ່ນກຳລັງໜູນຂອງວິວັດທະນາການປ່ຽນແປງໃໝ່ ແລະ ຂອງພາລະກິດພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ຫວຽດນາມ ຍາມໃດກໍມານະພະຍາຍາມເພື່ອເປົ້າໝາຍຍົກສູງຊີວິດການເປັນຢູ່ ແລະ ສິດຊົມໃຊ້ຂອງປະຊາຊົນ. ບັນດາສິດເສລີພື້ນຖານຂອງມະນຸດໄດ້ຮັບການຢັ້ງຢືນໃນກົດບັດ ສປຊ ແລະ ກົດໝາຍນັ້ນ ແມ່ນໄດ້ຮັບປະກັນເຄົາລົບປະຕິບັດໃນຕົວຈິງ. ບັນດາຄວາມມານະພະຍາຍາມ ແລະ ຜົນງານຮັບປະກັນສິດທິມະນຸດຂອງ ຫວຽດນາມ ໄດ້ຮັບການຮັບຮູ້ຢ່າງກວ້າງຂວາງ ແລະ ຕີລາຄາສູງຈາກປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ