ບົດຮຽນສ້າງຕາ ໜ່າງ ຮັບປະກັນ ຊີວິດສັງຄົມ ພາຍຫຼັງຮັບຄວາມ ສ່ຽງ ໄພທຳມະຊາດ

ບົດຮຽນສ້າງຕາ ໜ່າງ ຮັບປະກັນ ຊີວິດສັງຄົມ ພາຍຫຼັງຮັບຄວາມ ສ່ຽງ ໄພທຳມະຊາດ - ảnh 1
  ຫຼາຍໂຄງການຮັບປະກັນຊີວິດສັງຄົມ ໄດ້ປະກອບສ່ວນຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນ
(ພາບ: dientuchinhphu )


Vovworld- ວັນທີ 7/6 ຢູ່​ຮ່າ​ໂນ້ຍ, ສູນ​ຂໍ້​ມູນຂ່າວສານພັດທະນາ​ຫວຽດນາມ ( VDIC ) ​ໄດ້​ສົມທົບ​ກັບ​ອັງກາ​ນຄວບ​ຄຸມ​ຄວາ​ມສ່ຽງ​​ໄພ​ທຳ​ມະ​ຊາດຢູ່ພາກ​ພື້ນ​ອາຊີປາຊີຟິກ ຈັດກອງປະຊຸມສຳມະນາວ່າດ້ວຍການ ປົວແປງ ດິນຟ້າອາກາດ ແລະ ຮັບມືກັບໄພ​ທຳ​ມະ​ຊາດໂດຍຜ່ານການຮ່ວມສຳພັນ ແລະ ດັດປັບ ໃຫ້ແທດເໝາະ ກັບ ສະພາບປ່ຽນແປງຂອງດິນຟ້າອາກາດ, ແນໃສ່ແບ່ງປັນ ບົດຮຽນ ​ແລະ ສົມທົບ​ກັບ​ປະຊາ​ຄົມ​ໂລກ​ໃນ​ຂົງ​ເຂດ​ຊ່ວຍ​ເຫຼືອ​ສັງຄົມ. ບັນດາ​ນັກ​ສຳ​ມະ​ນາກ​ອນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ແລະ ນຳ​ສະ​ເໜີບ​ບັນດາ​ວິທີ​ການ​ແກ້​ໄຂ​ເພື່ອ​ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງ​ຊາວ​ທ້ອງ​ຖິ່ນ​ໃນ​ການ​ສ້າງ​ຕາໜ່າງຮັບປະກັນຊີວິດ​ສັງຄົມ, ສ້າງ​ກາລະ​ໂອກາດ​ໃຫ້​ຜູ້​ຖືກ​ສູນ​ເສຍ​ວຽກ​ເຮັດ​ງານ​ທຳ​ຍ້ອນ​ຜົນ​ສະທ້ອນ​ຈາກໄພ​ທຳ​ມະ​ຊາດ. ບັນດາ​ຜູ້​ຊ່ຽວຊານ​ຖື​ວ່າ ຫວຽດນາມ​ຄວນ​ຖື​ເປັນ​ສຳຄັນ​ການ​ສົມທົບ​ລະຫວ່າງ​ການ​ຄວບ​ຄຸມໄພ​ທຳ​ມະ​ຊາດ, ດັດປັບໃຫ້ແທດເໝາະກັບ ສະພາບປ່ຽນແປງຂອງ ດິນຟ້າອາກາດ ​ແລະ ຊ່ວຍ​ເຫຼືອ​ສັງຄົມ​ຍ້ອນ​ວ່າ​ບັນດາ​ຜູ້​ທຸກ​ຍາກ​ໃນ​ສັງຄົມ​ເຄີຍ​ຖືກ​ຮັບ​ຜົນ​ສະທ້ອນ​ຫຼາຍ​ຈາກ ໄພ​ພິບັດທຳ​ມະ​ຊາດ.

ຂ່າວ/ບົດ​ອື່ນ