“ບົດເພງເດືອນຕຸລາ ດັ່ງກ້ອງກັນວານຕະຫຼອດໄປ” - ຄ່ຳຄືນພົບປະແລກປ່ຽນສະແດງສິລະປະກ່ຽວກັບນ້ຳໃຈ ຫວຽດນາມ-ລັດເຊຍ

(VOVWORLD) - ເມື່ອເຂົ້າຮ່ວມລາຍການ, ມະຫາຊົນຜູ້ນິຍົມສິລະປະ ມີໂອກາດເຫັນໄດ້ຄວາມງາມຂອງປະເທດຊາດ ແລະ ຊາວ ລັດເຊຍ ຜ່ານບັນດາບົດເພງຍື່ນຍົງຄົງຕົວກັບການເວລາ ໂດຍບັນດານັກຮ້ອງສຽງດັ່ງຂອງ ຫວຽດນາມ ສະເໜີ. 
“ບົດເພງເດືອນຕຸລາ ດັ່ງກ້ອງກັນວານຕະຫຼອດໄປ” - ຄ່ຳຄືນພົບປະແລກປ່ຽນສະແດງສິລະປະກ່ຽວກັບນ້ຳໃຈ ຫວຽດນາມ-ລັດເຊຍ - ảnh 1ທ່ານ ຫງວຽນເທ໋ກີ໋, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ 

ໂດຍສະເຫຼີມສະຫຼອງ “100 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ”, ຕອນຄ່ຳວັນທີ 29 ຕຸລາ, ຫໍວັດທະນະທຳມິດຕະພາບ ຮ່າໂນ້ຍ,  ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສົມທົບກັບສະຖານທູດ ລັດເຊຍ ປະຈຳ ຫວຽດນາມ ຈັດຕັ້ງຄ່ຳຄືນພົບປະແລກປ່ຽນ ສະແດງສິລະປະດ້ວຍຫົວຂໍ້ວ່າ “ບົດເພງເດືອນຕຸລາ ດັ່ງກ້ອງກັນວານຕະຫຼອດໄປ”. ເມື່ອເຂົ້າຮ່ວມລາຍການ, ມະຫາຊົນຜູ້ນິຍົມສິລະປະ ມີໂອກາດເຫັນໄດ້ຄວາມງາມຂອງປະເທດຊາດ ແລະ ຊາວ ລັດເຊຍ ຜ່ານບັນດາບົດເພງຍື່ນຍົງຄົງຕົວກັບການເວລາ ໂດຍບັນດານັກຮ້ອງສຽງດັ່ງຂອງ ຫວຽດນາມ ສະເໜີ. ທ່ານ ຫງວຽນເທ໋ກີ໋, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ, ໃຫ້ຮູ້ວ່າ:

        “ 2 ປະເທດຫ່າງຈາກກັນຄືແນວນີ້ ແຕ່ຂ້າພະເຈົ້າເຫັນວ່າ ວັດທະນະທຳ ລັດເຊຍ, ຈິດວີນຍານຂອງຊາວລັດເຊຍ ແລະ ຊາວ ຫວຽດນາມ ມີຫຼາຍຈຸດຄ້າຍຄືກັນ. ສິ່ງດັ່ງກ່າວເຮັດໃຫ້ປະຊາຊົນ 2 ປະເທດ ມີຄວາມສະໜິດຕິດພັນນຳກັນ. ພ້ອມກັບຜູ້ນຳ ຫງວຽນອ໋າຍກວກ,  ມີຜູ້ນຳຫຼາຍຄົນຂອງ ຫວຽດນາມ ຄື: ເລຮົ່ງຟອງ, ເຈີ່ນຟູ໋, ຮ່າຮູຍເຕີບ ໄດ້ຮ່ຳຮຽນຢູ່ ໂຊວຽດ. ໃນໄລຍະສົງຄາມປົກປັກຮັກສາປະເທດຊາດ, ມີຊາວໜຸ່ມ ຫວຽດນາມ ຫຼາຍຄົນໄດ້ເຂົ້າຮ່ວມຖັນແຖວທະຫານ ໂຊວຽດ ແລະ ຖືກເສຍສະຫຼະຊີວິດ. ໃນການຕໍ່ສູ້ຕ້ານ ຝຣັ່ງ ແລະ ອາເມລິກາ ຂອງ ຫວຽດນາມ ກໍ່ມີນັກຊ່ຽວຊານ ໂຊວຽດ ມາ ຫວຽດນາມ, ມີບັນດາການປະກອບສ່ວນ, ໜູນຊ່ວຍດ້ານວັດຖຸຈາກຝ່າຍ ໂຊວຽດ ກໍ່ແມ່ນສ່ວນໜຶ່ງສຳຄັນທີ່ສຸດເພື່ອໃຫ້ພວກເຮົາມີແຫຼ່ງກຳລັງ, ມີເງື່ອນໄຂ ແລະ ກຳລັງແຮງຕື່ມອີກເພື່ອຕີເອົາໄຊຊະນະຕໍ່ສັດຕູຜູ້ຮຸກຮານ.”

ຕອບກັບ

ຂ່າວ/ບົດ​ອື່ນ