ບໍ່ທັນມີບາດກ້າວໃນການເຈລະຈາສ້າງເອກະພາບຢູ່ເກາະ Cyprus

ບໍ່ທັນມີບາດກ້າວໃນການເຈລະຈາສ້າງເອກະພາບຢູ່ເກາະ Cyprus - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດຄົນ​ໃໝ່ Antonio Guterres

(vovworld) - ວັນ​ທີ 12/1, ກ່າວ​ຄຳ​ເຫັນ​​ພາຍຫຼັງ​​ການ​ລະ​ເຈ​ລະ​ຈາ​ວັນທີ 4 ກ່ຽວ​ກັບ​​ຄວາມ​ເປັນເອ​ກະ​ພາບ​ຢູ່ ເກາະ Cyprus, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດຄົນ​ໃໝ່ Antonio Guterres ເນັ້ນ​ໜັກ​ວ່າ: ບໍ່​ສາ​ມາດ​ລໍ​ຄອຍ​ມາ​ດ​ຕະ​ການ​ໃຫ້​ແກ່​ບັນ​ຫາ​ສັນ​ສົນ​ນີ້​ໄດ້ໃນ​ທັນ​ທີ. ທ່ານ Guterres ເວົ້າ​ວ່າ “ພວກ​ຂ້າ​ພະ​ເຈົ້າ​ພວມ​ຊອກ​ຫາ​ມາດ​ຕະ​ການ​ແນ່ນອນ ແລະ ໝັ້ນ​ຄົງ ແລະ ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ສາ​ມາດ​ບັນ​ລຸ​ໄດ້​ສິ່ງ​ດັ່ງ​ກ່າວ​ໃນ​ການ​ເຈ​ລະ​ຈາ​ປະ​ຈຸ​ບັນ”. ທ່ານ​ໃຫ້​ຮູ້​ຕື່​ມ​ອີກວ່າ ມີ​ບັນ​ດາ​ຄວາມ​ຄືບ​ໜ້າ​ສຳ​ຄັນ​​ທີ່​ສຸດໃນ​ໄລ​ຍ​ະ​ຕົ້​ນ​ຂອງ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເກາະ Cyprus. ທ່ານ Guterres ກໍ່​ເວົ້າ​ເຖິງ​ຄວາມ​ສາ​ມາດ​ແກ່​ຍາວ​ເວ​ລາ​ດຳ​ເນີນ​ການ​ເຈ​ລະ​ຈາ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ຂອງ​ການ​ເຈ​ລະ​ຈາ 5 ຝ່າຍ (ເຊິ່ງ​ລວມ​ມີ ອຳ​ນາດ​ການ​ປົກ​ຄອງ Cyprus ຕວກ​ກີ ຢູ່​ທາງ​​ທິດເໜືອ​ເກາະ Cyprus, Cyprus ເກຼັກ ທາງ​ທິດ​ໃຕ້​ເກາະ Cyprus, ຕວກ​ກີ, ອັງ​ກິດ ແລະ ອີ​ຢູ) ປຶກ​ສາ​ຫາ​ລື​ກ່ຽວ​ກັບ​​ບັນ​ດາບັນ​ຫາ​ຄວາມ​ສະ​ຫງົບ ແລະ ​ສ້າງ​ຄວາມ​ເປັນ​ເອ​ກະ​ພາບ​​ຢູ່ເກາະ Cyprus.


ຂ່າວ/ບົດ​ອື່ນ