ບໍ່ທັນມີພະຍານຫລັກຖານໂດຍກົງເພື່ອຢືນຢັນເຫດເຮືອບິນລັດເຊຍຕົກແມ່ນກ່ຽວຂ້ອງເຖິງກໍ່ການຮ້າຍ

ບໍ່ທັນມີພະຍານຫລັກຖານໂດຍກົງເພື່ອຢືນຢັນເຫດເຮືອບິນລັດເຊຍຕົກແມ່ນກ່ຽວຂ້ອງເຖິງກໍ່ການຮ້າຍ - ảnh 1
ເຮືອ​ບິນ​ລັດ​ເຊຍ ຕົກ​ຢູ່ ອີ​ຢີບ
ພາບ:internet

(vovworld)-  ​ວັນ​ທີ 2/11, ທ່ານ James Clapper, ຜູ້​ອຳ​ນວຍ​ການ​ອົງ​ການ​ລາ​ຊະ​ການ​ລັບ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ: ບໍ່​ທັນ​ມີ​ພະ​ຍານ​ຫລັກ​ຖານ​ໂດຍ​ກົງ ກ່ຽວ​ກັບ​ເຫດ​ເຮືອ​ບິ​ນ​ລັດ​ເຊຍ​ຕົກ​​ຢູ່​ອີ​ຢີບ​ໃນ​ທ້າຍ​ສັບ​ປະ​ດາ​ຜ່ານ​ມາ ເຮັດ​ໃຫ້ 231 ຄົນ​ຖືກ​ເສຍ​ຊີ​ວິດ ແມ່ນ​ກ່ຽວ​ຂ້ອງ​ເຖິງ​ກໍ່​ການ​ຮ້າຍ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຸດຍອດ ກ່ຽວ​ກັບ​ດ້ານ​ປ້ອງ​ກັນ​ຊາດ ຢູ່ ວິ​ຊິງ​ຕັນ, ທ່ານ Clapper ຖື​ວ່າ: ບໍ່​ແນ່​ວ່າ ກຸ່ມ​ລັດ​ອິດ​ສະ​ລາມ IS ມີ​ຄວາມ​ສາ​ມາດ​ພຽງ​ພໍ​ເພື່ອ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຄື​ແນວນັ້ນ. ທ່ານ Clapper ເນັ້ນ​ຫນັກ​ວ່າ: ພວກ​ຂ້າ​ພະ​ເຈົ້າ​ບໍ່​ທັນ​ມີ​ພະ​ຍານ​ຫລັກ​ຖານ​ໂດຍ​ກົງ ເພື່ອ​ຢັ້ງ​ຢືນ​ອົງ​ການກໍ່​ກາ​ນ​ຮ້າຍ​ກ່ຽວ​ຂ້ອງ​ເຖິງ​ເຫດ​ເຮືອ​ບິນ​ຕົກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ​ລະ​ນີນີ້​ອາດ​ຈະ​ເກີດ​ຂຶ້ນ.

 

ຂ່າວ/ບົດ​ອື່ນ