ບໍ່​ທັນ​ຢືນຢັນ​ເຮືອບິນ ​ຫາຍ​ສາຍ​ສູນ​ແມ່ນ ​ຍ້ອນ​ຈີ້​ຍົນ


ບໍ່​ທັນ​ຢືນຢັນ​ເຮືອບິນ ​ຫາຍ​ສາຍ​ສູນ​ແມ່ນ ​ຍ້ອນ​ຈີ້​ຍົນ - ảnh 1

ການ​ປະຊຸມ​ຂ່າວ​ຢູ່​ກົວ​ລາ​ລຳ​ເປີ

(ພາບ: . http://laodong.com.vn)

 (vovworld)- ວັນ​ທີ 15/3, ທ່ານ Najip Razak ນາຍົກລັດຖະມົນຕີມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ: ບໍ່​ທັນ​ມີ​ພະ​ຍານ​ຫຼັກ​ຖານ​ສຸດ​ທ້າຍ​ເພື່ອ​ຢັ້ງຢືນ​ວ່າ: ​ເຮືອບິນ MH 730 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ ຫາຍ​ສາຍ​ສູນ​ແມ່ນ​ຍ້ອນພວມ​ຈີ້​ຍົນ. ​​ໃນ​ການ​ປະຊຸມ​ຂ່າວ​ທີ່​ກົວ​ລາ​ລຳ​ເປີ, ທ່ານນາຍົກລັດຖະມົນຕີມາ​ເລ​ເຊຍ Najip Razak ຊີ້​ແຈ້ງວ່າ, ລະບົບ​ຕິດ​ຕໍ່​ສັນຍາ​ນຂອງ​ເຮືອບິນ​ຖືກ​ຢຸດຕິ​ການ​ເຄື່ອນ​ໄຫວກ່ອນ​ທີ່​ຈະບິນ​ຮອດຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ​ຂອງ​ແຫຼມ​ມາ​ເລ​​ເຊຍ. ​ເຈົ້າໜ້າ​ທີ່​ມາ​ເລ​ເຊຍ​ ໄດ້​ສຸມ​ໃສ່​ສືບສວນ​ຈຸ​ບິນ ​ແລະ ຜູ້​ໂດຍສານ.

   ທ່ານນາຍົກລັດຖະມົນຕີມາ​ເລ​ເຊຍ Najip Razak ກໍ່​ຖື​ວ່າ: ​ເຮືອບິນ​ລຳ​ດັ່ງກ່າວ​ໄດ້​ບິນ​ຕາມ​ສອງ​ທິດ ພາຍຫຼັງ​ຖືກ​ຫາຍ​ສາບ​ສູນ: ທິດ​ເໜືອ​ຈາກ​ໄທ​ໄປ​ເຂດ​ຊາຍ​ແດນ​ກາ​ຊັກ​ສະຖານ ​ແລະ ຕວກ​ເມ​ນິສະຖານ, ຫລື​ທິດ​ໃຕ້​ຈາກ​ອິນ​ໂດ​ເນ​ເຊຍ ​ໄປມະຫາ​ສະມຸດ​ອິນ​ເດຍ. ປະຈຸ​ບັນ, ​ເຈົ້າໜ້າ​ທີ່​ມາ​ເລ​ເຊຍ ​ໄດ້​ຕົກລົງ​ຢຸດ​ການ​ຊອກ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ສຸມ​ໃສ່​ຄວາມມາ​ນະ​ພະຍາ​ມຊອກ​ຫາຢູ່​ມະຫາ​ສະມຸດ​ອິນ​ເດຍ./.

ຂ່າວ/ບົດ​ອື່ນ