ບັນ​ກາ​ນັກ​ເຄື່ອນ​ໄຫວ​ ຢູ່ ອາ​ເມ​ລິ​ກາ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ພາຍຫຼັງ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ ພັກ

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ທີ່ຫາກໍຈັດຕັ້ງສຳເລັດຜົນນັ້ນ ໄດ້ສ້າງຂີດໝາຍແກ່ບາດລ້ຽວຂອງ ຫວຽດນາມ ມຸ່ງໄປສູ່ໄລຍະໃໝ່ຂອງລັດທິສັງຄົມນິຍົມ.
ບັນ​ກາ​ນັກ​ເຄື່ອນ​ໄຫວ​ ຢູ່ ອາ​ເມ​ລິ​ກາ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ພາຍຫຼັງ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ ພັກ - ảnh 1ທ່ານນາງ Merle Ratner - ນັກເຄື່ອນໄຫວຊາວ ອາເມລິກາ (ຜູ້ນັ່ງຢູ່ເບື້ອງຊ້າຍ) (ພາບ: TTXVN)

ວັນທີ 3 ມັງກອນ, ທ່ານນາງ Merle Ratner - ນັກເຄື່ອນໄຫວຊາວ ອາເມລິກາ ແລະ ທ່ານນາງສາດສະດາຈານ ໂງແທັງຍ່ານ ປະສານງານຮ່ວມໃນການຈັດຕັ້ງບັ້ນປຸກລະດົມການຊ່ວຍເຫຼືອ ແລະ ຄວາມຮັບຜິດຊອບສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຫວຽດນາມ ປະຈຳ ອາເມລິກາ ຖືວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ທີ່ຫາກໍຈັດຕັ້ງສຳເລັດຜົນນັ້ນ ໄດ້ສ້າງຂີດໝາຍແກ່ບາດລ້ຽວຂອງ ຫວຽດນາມ ມຸ່ງໄປສູ່ໄລຍະໃໝ່ຂອງລັດທິສັງຄົມນິຍົມ.

        ທ່ານນາງ ກໍສະແດງຄວາມປິຕິຊົມຊື່ນ ແລະ ອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງຄືນໃໝ່. ທ່ານນາງ ກໍປາດຖະໜາວ່າ ຫວຽດນາມ ຈະສ້າງລະບົບສາທາລະນະສຸກໃໝ່ໂດຍໄວ ເພື່ອໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ຊົມໃຊ້ຜົນປະໂຫຍດ, ພັດທະນາລະບົບສະຫວັດດີການສັງຄົມໃຫ້ແກ້ປະຊາຊົນຜູ້ທຸກຍາກ ໃຫ້ດີກວ່າອີກ, ພ້ອມທັງສືບຕໍ່ການຕ້ານການສໍ້ລາດບັງຫຼວງ. ທ່ານນາງ Merle Ratner - ນັກເຄື່ອນໄຫວ ອາເມລິກາ ແລະ ທ່ານນາງສາດສະດາຈານ ໂງແທັງຍ່ານ ຕ່າງກໍເຊື່ອໝັ້ນວ່າ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ຈະສືບຕໍ່ມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ