ບຸນກາຣີສະໜັບສະໜູນການລົງນາມໃນສັນຍາການຄ້າເສລີຫວຽດນາມ-ອີຢູ

(VOVWORLD) -ບຸນກາຣີ ສະໜັບສະໜູນ ແລະ ລໍຄອຍສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ (EVFTA) ຈະໄດ້ຮັບການລົງນາມ ແລະ ຮັບຮອງເອົາໂດຍໄວ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ, ໃນນັ້ນມີບຸນກາຣີ.

ບຸນກາຣີສະໜັບສະໜູນການລົງນາມໃນສັນຍາການຄ້າເສລີຫວຽດນາມ-ອີຢູ - ảnh 1 (ທ່ານລັດຖະມົນຕີເສດຖະກິດບຸນກາຣີ Emil Karanikolov ຕ້ອນຮັບ

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳບຸນກາຣີ ດ່ວານຕ໊ວນລິງ)

ວັນທີ 22 ເມສາ, ທ່ານລັດຖະມົນຕີເສດຖະກິດບຸນກາຣີ Emil Karanikolov ໃຫ້ຮູ້ວ່າ, ປະເທດນີ້ສະໜັບສະໜູນ ແລະ ລໍຄອຍສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ (EVFTA) ຈະໄດ້ຮັບການລົງນາມ ແລະ ຮັບຮອງເອົາໂດຍໄວ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ, ໃນນັ້ນມີບຸນກາຣີ. ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳບຸນກາຣີ ດ່ວານຕ໊ວນລິງ, ທ່ານລັດຖະມົນຕີ Emil Karanikolov ໃຫ້ຮູ້ວ່າ, ທ່ານ ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ມີທັດສະນະເຊັ່ນດຽວກັນກ່ຽວກັບສັນຍາ EVFTA, ເຊິ່ງຄາດວ່າຈະໄດ້ຮັບການລົງນາມໃນທ້າຍເດືອນ ມິຖຸນາ 2019 ນັ້ນ, ຈະເປັນການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງບຸນກາຣີ ແລະ ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ ດ່ວານຕ໊ວນລິງ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວທີ່ຈະແມ່ນປະຕູເພື່ອໃຫ້ສິນຄ້າຂອງບຸນກາຣີ ສາມາດສຳຜັດກັບພາກພື້ນອາຊີປາຊີຟິກທີ່ກວ້າງໃຫຍ່, ກໍ່ຄືສ້າງເງື່ອນໄຂເພື່ອໃຫ້ສິນຄ້າຂອງຫວຽດນາມ ແຊກຊຶມເຂົ້າຕະຫຼາດອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ